ປີ 2024, ຫວຽດ​ນາມ ວາງ​ອອກ​ເປົ້າ​ໝາຍ ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ຈະ ​ບັນ​ລຸ ລະ​ດັບ 9,5 ຕື້ USD

(VOVWORLD) -  ຕອນເຊົ້າວັນທີ 21 ທັນວາ, ກົມສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈັດກອງປະຊຸມສະຫຼຸບວຽກງານປີ 2023 ແລະ ຜັນຂະຫຍາຍແຜນການປະຕິບັດວຽກງານປີ 2024.
ປີ 2024, ຫວຽດ​ນາມ ວາງ​ອອກ​ເປົ້າ​ໝາຍ ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ຈະ ​ບັນ​ລຸ ລະ​ດັບ 9,5 ຕື້ USD - ảnh 1ພາບປະກອບ: TTXVN

ທ່ານເຈິ່ນດິ່ງລວນ, ຫົວໜ້າກົມສິນໃນນ້ຳ ໃຫ້ຮູ້ວ່າ ປີ 2024, ຂະແໜງສິນໃນນ້ຳ ວາງເປົ້າໝາຍຍອດສະມັດຕະພາບສິນໃນນ້ຳບັນລຸ ປະມານ 9,22 ລ້ານໂຕນ. ວົງເງິນການສົ່ງອອກສິນໃນນ້ຳບັນລຸ 9,5 ຕື້ USD. ຕາມທ່ານ ເຈິ່ນດິ່ງລວນແລ້ວ, ເລື່ອງ ຄະນະກຳມະການເອີລົບ (EC) ສືບຕໍ່ຮັກສາບັດເຫຼືອງຕໍ່ການຂຸດຄົ້ນຜະລິດຕະພັນ ສິນໃນນ້ຳ; ຄວາມຕ້ອງການໃນການນຳເຂົ້າສຳລັບບັນດາຕະຫຼາດຍັງບໍ່ມີສັນຍານຟື້ນຟູ ແມ່ນຄວາມຄວາມຫຍຸ້ງຍາກ ເຊິ່ງຂະແໜງສືບຕໍ່ປະເຊີນໜ້າ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຂອງທົ່ວຂະແໜງ. ທ່ານໃຫ້ຮູ້ວ່າ:

ຕ້ອງສືບຕໍ່ຈັດຕັ້ງການຜະລິດເຊື່ອມຕໍ່ຕາມລະບົບ. ໃນຂົງເຂດຂຸດຄົ້ນ ຕ້ອງຄົ້ນຫາຕົ້ນກຳເນີດຂອງຜະລິດຕະພັນ, ຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ຂຸດຄົ້ນຕ້ອງເໝາະສົມກັບແຫຼ່ງຜົນປະໂຫຍດ ແລະ ຮັບປະກັນສຸຂະອານາໄມດ້ານສະບຽງອາຫານຢູ່ ກຳປັ່ນຫາປາ, ທ່າກຳປັ່ນ ຕະຫຼອດຮອດ ໂຮງງານ. ນອກຈາກຄວາມຮຽກຮ້ອງຕ້ອງການກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ, ເພີ່ມຄວາມເປັນມິດກັບສິ່ງແວດລ້ອມ, ເອົາໃຈໃສ່ເຖິງການລ້ຽງ ກໍ່ແມ່ນບັນຫາທີ່ໄດ້ວາງອອກສຳລັບຂະແໜງປູກລ້ຽງສິນໃນນ້ຳ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ