ປີ ຊາວຫນຸ່ມ 2011

ປີ 2011 ຊຶ່ງ​ແມ່ນ​ປີ​ໂດຍ​ທ່ານ​ນາຍົກລັດຖະມົນຕີ​ເລືອກ​ເຟັ້ນວ່າ​ແມ່ນ​ປີ​ແຫ່ງ​ຊາວ​ຫນຸ່ມ.​ ປີ ຊາວ​ຫນຸ່ມ 2011 ​ແມ່ນ​ປີ ທີ່​ມີ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫລາຍ​ຢ່າງ, ປະກອບ​ພະລັງ​​​​ແຮງ​ຂອງ​ຊາວ​ຫນຸ່ມ​ເຂົ້າ​ໃນ​ກິດຈະການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຮັບປະກັນ​ຊີວິດ​ສັງຄົມ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ຫງວຽນ​ດັກ​ວີ​ງ ​ເລ​ຂາ​ທີ​ຫນຶ່ງ ສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ ​ໂຮ່ຈິ​ມີນ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ກ່ຽວ​ກັບ​ບັນດາ​ຜົນງານ​ຂອງ​ປີ​ຊາວ​ຫນຸ່ມ 2011. ທ່ານ ວີ​ງ ​ໃຫ້​ຮູ້​ວ່າ: ດ້ວຍ​ການ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ​ຫລາຍ​, ກວ້າງຂວາງ, ປີ​ຊາວ​ຫນຸ່ມ ​ໄດ້​ດຶງ​ດູດ​ສະມາຊິກ​ຄະນະ​ຊາວ​ຫນຸ່ມ, ຊາວ​ຫນຸ່ມ,​ ​ເຍົາວະ​ຊົນ ​ນັບ​ລ້ານ​ຄົນ​ເຂົ້າ​ຮ່ວມ. ບັນດາ​ວັນ​ບຸນ​ຂອງ​ໄວ​ຫນຸ່ມ ​​ເພື່ອ​ຄົນ​ທຸກ​ຍາກ, ​ເພື່ອ​ສິ່ງ​ແວດ​ລ້ອມ, ​ເພື່ອ​ເຂດ​ທະ​ເລ ​ແລະ ໝູ່​ເກາະ ​ແລະ​ອື່ນໆ ​ໄດ້​ເສີມ​ຂະຫຍາຍ​ພະລັງ​ແຮງ​ຂອງ​ໄວ​ຫນຸ່ມ, ມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​ວົງ​ຄະນາ​ຍາດ. ຄຽງ​ຂ້າງ​ນັ້ນ, ​ເລື່ອງ​ລະດົມ​ຊາວ​ຫນຸ່ມ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ກໍ່ສ້າງ​ເຂດ​ຊົນນະບົດ​ໃຫມ່, ​ເຄື່ອນ​ໄຫວ​ເພື່ອ​ການ​ຮັບປະກັນ​ຊີວິດ​ສັງຄົມ ກໍ​ແມ່ນ​ຈຸດ​ເດັ່ນ​ໃນ​ປີ​ຊາວ​ຫນຸ່ມ. ​ກ່ຽວ​ກັບ​ບັນດາ​ຫນ້າ​ທີ່​ຂອງ​ຊາວ​ຫນຸ່ມ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ຫງວຽນ​ດັກ​ວີ​ງ ​ເລຂາທິຫນຶ່ງ ສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ ​ໂຮ່ຈິ​ມີນ ​ເນັ້ນຫນັກ​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມີນ ​ຈະສຸມ​ໃສ່​ໃຫ້​ແກ່​ວຽກ​ງານ​ການສຶກສາ ​ແລະ ນີ້​ແມ່ນ​ບັນຫາ​ວາງ​ອອກ​ຕົ້ນຕໍ. ທີ​ສອງ, ຄະນະ​ຊາວ​ຫນຸ່ມ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ສຶກສາ​ອຸດົມ​ຄະ​ຕິ​ໃຫ້​ແກ່​ຊາວ​ຫນຸ່ມ. ທີ​ສາມ ການ​ປ່ຽນ​ໃຫມ່​ວຽກ​ງານ​ການຈັດ​ຕັ້ງ ​ເພື່ອ​ໃຫ້​ຄະນະ​ຊາວ​ຫນຸ່ມ​ທັດ​ທຽມ​ກັບ​ການ​ພັດທະນາ​ຂອງ​ຊາວ​ຫນຸ່ມ​ແມ່ນ​ຄວາມຈຳ​ເປັນ.“

ຕອບກັບ

ຂ່າວ/ບົດ​ອື່ນ