ປີ2014ແມ່ນປີປະສົບຜົນສຳເລັດໃນການພົວພັນຫວຽດນາມ-ສເກົາຫຼີ

ປີ2014ແມ່ນປີປະສົບຜົນສຳເລັດໃນການພົວພັນຫວຽດນາມ-ສເກົາຫຼີ - ảnh 1
ພາບ​ປະ​ກອບ

(vovworld) - ປີ 2014 ​ແມ່ນ​ປີ​ປະສົບ​ຜົນສຳ​ເລັດ​ໃນ​ການ​ພົວພັນ​ຫວຽດນາມ - ສ​ເກົາຫຼີ, ນັ້ນ​ແມ່ນ​ການ​ຕີ​ລາຄາ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ສ​ເກົາຫຼີ ຟ້າ​ມຫື້​ວຈີ໋ ຕໍ່​ນັກ​ຂ່າວ​ຂ່າວສານ​ຫວຽດນາມ​ໃນ​ໂອກາດ​ບຸນ​ເຕັດ​ປີ​ມະ​ແມ 2015. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ, ການ​ຢ້ຽມຢາມ​ລັດຖະກິດ​ຂອງ​ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ການ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ - ສ​ເກົາຫຼີ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແມ່ນ​ສອງ​ເຫດການ​ໃຫຍ່​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2014. ທ່ານ​ຖື​ວ່າ, ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ພົ້ນ​ເດັ່ນ​ທີ່​ສຸດ​ນັ້ນ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ໃນ​ນັ້ນ​ສ​ເກົາຫຼີ ​ໄດ້​ກາຍ​ເປັນ​ນັກ​ລົງທຶນ​ຕ່າງປະ​ເທດ​ໃຫຍ່​ສຸດ​ຂອງ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫື້​ວຈີ​ຖື​ວ່າ, ປີ 2015, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສ​ເກົາຫຼີ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ. ທັງ​ສອງ​ປະ​ເທດ​ພວມ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ 70 ຕື້ USD ​ໃນ​ປີ 2020. ​ໃນ​ໂອກາດ​ບຸນປີ​ໃໝ໋ປີ​ມະ​ແມ, ສະຖານທູດ​ຫວຽດນາມ​ໄດ້​ສົມທົບ​ກັບ​ສະມາຄົມ​ຊາວ​ຫວຽດນາມ​ຢູ່​ສ​ເກົາຫຼີ ຈັດ​ຕັ້ງ​ລາຍການ​ຕ້ອນຮັບ​ປີ​ໃໝ່, ຕ້ອນຮັບ​ບຸນ​ເຕັດ​ຢູ່​ບັນດາ​ນະຄອນ​ໃຫຍ່​ໃນ​ທົ່ວ​ປະ​ເທດ ສ​ເກົາຫຼີ, ຜ່ານ​ນັ້ນ​ສ້າງ​ບັນຍາກາດ​ໃຫ້​ພໍ່​ແມ່​ຊາວ​ຫວຽດນາມ​ຢູ່​ສ​ເກົາຫຼີ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ດ້ວຍ​ຄວາມເບີກບານມ່ວນ​ຊື່ນ ​ແລະ ອົບ​ອຸ່ນ.

ຂ່າວ/ບົດ​ອື່ນ