ປັກກິງ ກ່າວປະນາມບາລູນ ອາເມລິກາ ບິນຜ່ານເຂດນ່ານຟ້າຂອງ ຈີນ ກວ່າ 10 ຄັ້ງ

(VOVWORLD) -ພຽງແຕ່ປີ 2022 ມາຮອດປະຈຸບັນ, ບາລູນຂອງ ອາເມລິກາ ໄດ້ບີນຜ່ານເຂດນ່ານຟ້າຂອງ ຈີນ ກວ່າ 10 ຄັ້ງ ໃນຂະນະທີ່ຍັງບໍ່ທັນໄດ້ອະນຸຍາດ.
ປັກກິງ ກ່າວປະນາມບາລູນ ອາເມລິກາ ບິນຜ່ານເຂດນ່ານຟ້າຂອງ ຈີນ ກວ່າ 10 ຄັ້ງ - ảnh 1ໂຄສົກກະຊວງການຕ່າງປະເທດ ຈີນ ອາງເວີນບິນ
(ພາບ: Reuters)

        ວັນທີ 13 ກຸມພາ, ກະຊວງການຕ່າງປະເທດ ຈີນ ໄດ້ກ່າວປະນາມວ່າ, ພຽງແຕ່ປີ 2022 ມາຮອດປະຈຸບັນ, ບາລູນຂອງ ອາເມລິກາ ໄດ້ບີນຜ່ານເຂດນ່ານຟ້າຂອງ ຈີນ ກວ່າ 10 ຄັ້ງ ໃນຂະນະທີ່ຍັງບໍ່ທັນໄດ້ອະນຸຍາດ. ເຕື້ອງເຖິງເລື່ອງບາລູນ ແລະ ວັດຖຸບິນ 3 ຢ່າງທີ່ຍັງບໍ່ທັນຢັ້ງຢືນໄດ້ (UFO) ອື່ນໆທີ່ຖືກຝ່າຍ ອາເມລິກາ ຍິງຕົກ, ໂຄສົກກະຊວງການຕ່າງປະເທດ ຈີນ ອາງເວີນບິນ ໄດ້ຢືນຢັນຄືນໃໝ່ເລື່ອງ ບາລູນ ພົນລະເຮືອນບໍ່ມີຄົນບັນຊາຂອງປະເທດນີ້ບິນເຂົ້າເຂດນ່ານຟ້າຂອງ ອາເມລິກາ ແມ່ນເຫດການບັງເອີນ ໂດຍສາຍເຫດສຸດວິໄສ, ພ້ອມທັງຢືນຢັນວ່າ “ບໍ່ຮູ້” ບັນດາວັດຖຸບິນທີ່ຍັງເຫຼືອ.

        ໃນຂະນະນັ້ນ, ທ່ານ Adrien Watson, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໄດ້ປະຕິເສດຄຳກ່າວຫາຂອງ ຈີນ ເມື່ອຖືວ່າ ປະເທດນີ້ໄດ້ນຳໃຊ້ບາລູນສອດແນມເພື່ອເກັບກຳຂໍ້ມູນລາຊະການລັບ.

ຕອບກັບ

ຂ່າວ/ບົດ​ອື່ນ