ປູກຕົ້ນໄມ້ຕົ້ນລະດູ ບານໃໝ່ຢູ່ເກາະຫຼີເຊີນ - ກວາງຫງາຍ

ປູກຕົ້ນໄມ້ຕົ້ນລະດູ ບານໃໝ່ຢູ່ເກາະຫຼີເຊີນ - ກວາງຫງາຍ - ảnh 1
(ພາບປະກອບ)

(vovworld) -​ ຕອນ​ເຊົ້າ​ວັນ​ທີ 2/2, ຄະນະ​ການ​ນຳ​ກອງ​ບັນຊາ​ການ​ທະຫານ​ເມືອງ​ຫຼີ​ເຊີນ, ​ແຂວງ​ກວາງ​ຫງາຍ ​ໄດ້​ປຸກລະດົມ​ພິທີ​ປູກ​ຕົ້ນ​ໄມ້​ຕົ້ນ​ລະດູບານ​ໃໝ່​ປີ​ມະ​ເມຍ ຕາມ​ໂຄງການ​ປູກ​ປ່າ​ປ້ອງ​ກັນ ​ແລະ​ປູກຕົ້ນ​ໄມ້​ໃນ​ເກາະ. ພາຍຫຼັງ​ພິທີ​ປຸກລະດົມ, ການ​ນຳ​ກອງ​ບັນຊາ​ການ​ທະຫານ​ແຂວງ​ກວາງ​ຫງາຍ ​ແລະ ພະນັກງານ​ນັກຮົບເມືອງ​ຫຼີ​ເຊີນ ເປັນ​ຈຳນວນ​ຫຼວງ​ຫຼາຍ​​ໄດ້​ເຂົ້າ​ຮ່ວມ​ພິທີ​ປູກ​ຕົ້ນ​ໄມ້​ເກືອບ 200 ຕົ້ນ ​ຢູ່​ລຽບ​ຕາມ​ໂນນ​ພູ​​ໃນ​ຕາ​ແສງ​ອານ​ວິ້ງ. ມາ​ຮອດ​ປະຈຸ​ບັນ, ໂຄງການ​ປູກ​ປ່າ​ໃນ​ເກາະ​ຫຼີ​ເຊີນ ​ໂດຍກອງ​ບັນຊາ​ການ​ທະຫານ​ແຂວງ​ກວາງ​ຫງາຍ ​ເປັນ​ເຈົ້າ​ຂອງ​ລົງທຶນ ​ສາມາດ​ປູກ​ປ່າໃໝ່​​ໄດ້ໃນ​ເນື້ອ​ທີ່​ກວ່າ 20 ​ເຮັກຕາ.

ຂ່າວ/ບົດ​ອື່ນ