ປົກປັກຮັກສາປ່າ,ປູກຕົ້ນໄມ້ກາຍເປັນຄວາມລຶງເຄີຍຂອງຊາວຫວຽດນາມ

ປົກປັກຮັກສາປ່າ,ປູກຕົ້ນໄມ້ກາຍເປັນຄວາມລຶງເຄີຍຂອງຊາວຫວຽດນາມ - ảnh 1
​ທ່ານ ຫງວຽນ​ທ້ຽນ​ເຍີນ ເຂົ້າ​ຮ່ວມ​ການ​ປູກ​ຕົ້​ນ​ໄມ້

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 6/2, ຢູ່​ນະ​ຄອນ ຫວີງ​ອຽນ, ແຂວ​ງ ຫວີງ​ອຽນ ໄດ້​ຈັດ​ຕັ້ງ​ພິ​ທີ​ຕອບ​ສະ​ໜອງ “ບຸນ​ເຕັດ​ປູກ​ຕົ້ນ​ໄມ້, ຮູ້​ບຸນ​ຄຸນ​ປະ​ທານ ໂຮ່​ຈີ​ມິນ ຕະຫຼອດ​ໄປ”. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ຢັ້ງ​ຢືນ​ວ່າ: ບຸນ​ເຕັດ​ປູກ​ຕົ້ນ​ໄມ້​ກາຍ​ເປັນ​ຂະ​ບວນ​ການ, ຮີ​ດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົນ​ໃນ​ຊຸມ​ວັນ​ຕ້ອນ​ຮັບ​ບຸນ​ເຕັດ, ຕ້ອ​ນ​ຮັບ​ລະ​ດູ​ບານ​ໃໝ່, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ທ່ານ ຫງວຽນ​ທ້ຽນ​ເຍ​ີ​ນ, ເນັ້ນ​ໜັກ​ວ່າ: ຕ້ອງ​ເຮັດ​ໃຫ້​ວຽກ​ງານ​ປົກ​ປັກ​ຮັກ​ສາ​ປ່າ, ການ​ປູກ​ປ່າ​ຢູ່​ທຸກໆ​ແຖ​ບ​ຖິ່ນ​ຂອງ​ປະ​ເທດ​ຊາດ​ກາຍ​ເປັນ​ຄວາມ​ລື້​ງ​ເຄີຍ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ ຫວຽດ​ນາມ:

        “ພວກ​ເຮົາ​ປົກ​ປັກ​ຮັກ​ສາ​ປ່າ, ປູກ​ປ່າ​ແມ່ນ​ເພື່ອ​ຫລຸດ​ຜ່ອນ​​ສະ​ພາບດິນ​ເສາະ​ເຈື​່ອນ,​ຮັກ​ສາ​ທາດດິນ, ​ຮັກ​ສາ​ນ້ຳ​ໃນ​ປ່າ, ບໍ່​ໃຫ້​ເກີດ​ພາ​ຍຸນ້ຳ​ຖ້ວມ. ການ​ປູກ​ປ່າ, ປູກ​ຕົ້ນ​ໄມ້ ເພື່ອ​​ຮັກ​ສາອາ​ກາດ​ໃຫ້​ສະ​ອາດ, ​ສະ​ໜອງໄມ້​ໃຫ້​ຂະ​ແໜງ​ໄມ້​ພັດ​ທະ​ນາ​ຮັບ​ໃຊ້​ປະ​ເທດ​ຊາດ, ເພີ່ມ​ຫົ່ມ​ເຢັນ​ໃຫ້​ເດັກ​ລະຫຼິ້ນ, ໃຫ້​ຜູ້​ເຖົ້າ​ຜັກ​ຜ່ອນ, ເພີ່ມ​ໝາກ​ໄມ້​ຮັບ​ໃຊ້ຊີ​ວິດ​ການ​ເປັນ​ຢູ່​​ໃຫ້ແຕ່​ລະ​ຄອບ​ຄົວ.”


ຂ່າວ/ບົດ​ອື່ນ