ປຸກລະດົມການ “ເດືອນເຄື່ອນໄຫວເພື່ອມະນຸດສະທຳ”ປີ2019

(VOVWORLD) -ຕອນເຊົ້າວັນທີ 11 ພຶດສະພາຢູ່ ຮ່າໂນ້ຍ, ສູນກາງສະພາກາແດງຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມ ເດືອນເຄື່ອນໄຫວເພື່ອມະນຸດສະທຳປີ 2019 ດ້ວຍ ຫົວຂໍ້ “ເຊື່ອມຕໍ່, ແບ່ງເບົາ ແລະ ແຜ່ຂະຫຍາຍ” ແລະ ການສະເຫລີມສະຫລອງວັນກາແດງ ແລະ ຊີກວົງເດືອນແດງສາກົນ (8 ພຶດສະພາ). 
ປຸກລະດົມການ “ເດືອນເຄື່ອນໄຫວເພື່ອມະນຸດສະທຳ”ປີ2019 - ảnh 1 ທ່ານຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີ

ທ່ານນາງຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມພິທີປຸກລະດົມ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນ: ເລື່ອງແບ່ງເບົາກັບຜູ້ປະສົບກັບຄວາມຫຍຸ້ງຍາກ ບໍ່ພຽງແຕ່ແມ່ນການຊ່ວຍເຫລືອດ້ານວັດຖຸ, ຈິດໃຈຂອງວົງຄະນາຍາດເທົ່ານັ້ນ ຫາກຍັງປະກອບສ່ວນແຜ່ຂະຫຍາຍຈິດໃຈ ແລະ ຄຸນຄ່າມະນຸດສະທຳອີກດ້ວຍ.

“ພັກ, ລັດ ຍາມໃດກໍ່ເຄົາລົບ, ສະຫນັບສະຫນູນຄະຕິທຳ ຈຸດປະສົງຂອງຂະບວນການກາແດງ - ຊີກວົງເດືອນແດງສາກົນ, ຍາມໃດກໍ່ຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາການເຄື່ອນໄຫວຂອງສະພາກາແດງຫວຽດນາມ. ເດືອນເຄື່ອນໄຫວເພື່ອມະນຸດສະທຳປີ 2019 ເປັນຄັ້ງທຳອິດໄດ້ຈັດຂຶ້ນໃນຂອບຂະຫນາດທົ່ວປະເທດ, ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງທົ່ວສັງຄົມຕໍ່ວຽກງານມະນຸດສະທຳ, ປາດຖະຫນາຢາກຊຸກຍູ້, ແຜ່ຂະຫຍາຍຈິດໃຈມະນຸດສະທຳ”

ຕອບກັບ

ຂ່າວ/ບົດ​ອື່ນ