​ປຸກ​ລະ​ດົມ​ການ​ຕອບ​ສະ​ໜອງ​ເດືອນ​ກະ​ທຳ​ເພື່ອ​ສິ່ງ​ແວດ​ລ້ອມ

(VOVWORLD) - ວັນທີ 5 ມິຖຸນາ, ບັນດາທ້ອງຖິ່ນໃນທົ່ວປະເທດ ໄດ້ປຸກລະດົມເດື່ອນກະທຳ ເພື່ອສິ່ງແວດລ້ອມ, ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ ເພື່ອແນໃສ່ປົກປັກຮັກສາສິ່ງແວດລ້ອມ ແລະ ແຫຼ່ງຜົນປະໂຫຍດທຳມະຊາດ.

​ປຸກ​ລະ​ດົມ​ການ​ຕອບ​ສະ​ໜອງ​ເດືອນ​ກະ​ທຳ​ເພື່ອ​ສິ່ງ​ແວດ​ລ້ອມ - ảnh 1 ພິທີປຸກລະດົມຕອບສະໜອງວັນສິ່ງແວດລ້ອມສາກົນ ຢູ່ ກ໋ວາງນິງ (ພາບ: VOV)

ຢູ່ກ໋ວາງນິງ, ພິທີປຸກລະດົມຕອບສະໜອງວັນສິ່ງແວດລ້ອມສາກົນ (5/6), ວັນມະຫາສະໝຸດ ໂລກ (08/06), ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ແລະ ເດື່ອນກະທຳ ເພື່ອສິ່ງແວດລ້ອມ ໄດ້ຈັດຂຶ້ນຢູ່ເທດສະບານ ກ໋ວາງອຽນ. ທີ່ພິທີປຸກລະດົມ, ມີພະນັກງານ, ນັກຮົບ ກ່ວາ 600 ຄົນຂຶ້ນກັບບັນດາກຳລັງປະກອບອາວຸດ, ສະມາຊິກ ອົງການຈັດຕັ້ງການເມືອງສັງຄົມ ພ້ອມກັບປະຊາຊົນໃນບໍລິເວນເທດສະບານ ກ໋ວາງອຽນ ໄດ້ເລີ່ມຕົ້ນການທຳຄວາມສະອາດ ສິ່ງແວດລ້ອມ ຢູ່ບໍລິເວນ ຄັນຄູທະເລ ຮ່ານາມ. ນີ້ແມ່ນຄັນຄູລະດັບຊາດແຫ່ງດຽວໃນບໍລິເວນແຂວງ ກ໋ວາງນາມ, ມີລວງຍາວ 33 ກີໂລແມັດ. ທ່ານ ດ່ວານຢຸຍວິງ, ຮອງຫົວໜ້າກົມປົກປັກຮັກສາສິ່ງແວດລ້ອມ ສາຂາແຂວງ ກ໋ວາງນິງ, ໃຫ້ຮູ້ວ່າ:

ພາຍຫຼັງພິທີປຸກລະດົມ, ພວກຂ້າພະເຈົ້າຈະສຸມໃສ່ສຳຫຼວດກວດກາ, ຕີລາຄາເຂດດິນຖືກມົນລະພິດ ມີຄວາມສ່ຽງກໍ່ມົນລະພິດສິ່ງແວດລ້ອມ, ປັບປຸງ, ຟື້ນຟູສິ່ງແວດລ້ອມດິນຖືກມົນລະພິດຕາມຂໍ້ກຳນົດ, ຍູ້ແຮງບັນດາການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ, ພັດທະນາປ່າ ແລະ ນຳໃຊ້ຊັບພະຍາກອນດິນຢ່າງມີປະສິດທິຜົນ, ພັດທະນາການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນ ເຊີນລາ, ພະແນກຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມ ແຂວງ ເຊີນລາ ໄດ້ຈັດພິທີປຸກລະດົມຕອບສະໜອງວັນສິ່ງແວດລ້ອມໂລກ (05/06) ແລະ ເດືອນກະທຳເພື່ອສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ