ປຸກລະດົມການສອບເສັງຂຽນ “ຄວາມຄາດຫວັງ ໄຕໂຮ່ - ຄວາມຄາດຫວັງ ທັງລອງ”

(VOVWORLD) - ການສອບເສັງເພື່ອແນໃສ່ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນວຽກງານແຈ້ງຂໍ້ມູນຂ່າວສານ, ໂຄສະນາກ່ຽວກັບການກໍ່ສ້າງພັກ ແລະ ລະບົບການເມືອງຂອງ ເມືອງ ໄຕໂຮ່.
ປຸກລະດົມການສອບເສັງຂຽນ “ຄວາມຄາດຫວັງ ໄຕໂຮ່ - ຄວາມຄາດຫວັງ ທັງລອງ” - ảnh 1ບັນດາຜູ້ແທນກົດປູມເພື່ອເປີດສະຫຼອງການເສັງຂຽນ

ວັນທີ 4 ຕຸລາ, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10/10/1954 – 10/10/2024), 30 ປີແຫ່ງວັນສ້າງຕັ້ງເມືອງ ໄຕໂຮ່ (27/12/1995 – 27/12/2025), ຄະນະພັກເມືອງ ໄຕໂຮ່ ໄດ້ປຸກລະດົມການສອບເສັງຂຽນ “ຄວາມຄາດຫວັງ ໄຕໂຮ່ - ຄວາມຄາດຫວັງ ທັງລອງ”  ປີ 2024. ການສອບເສັງເພື່ອແນໃສ່ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນວຽກງານແຈ້ງຂໍ້ມູນຂ່າວສານ, ໂຄສະນາກ່ຽວກັບການກໍ່ສ້າງພັກ ແລະ ລະບົບການເມືອງຂອງ ເມືອງ ໄຕໂຮ່. ພິເສດ, ການເສັງໄດ້ປະກອບສ່ວນປຸກລຸກຄວາມຄາດຫວັງນະວັດຕະກຳ, ບືນຕົວຂຶ້ນປະກອບສ່ວນສ້າງເມືອງ ໄຕໂຮ່ ຕາມທິດ “ອະລິຍະທຳ, ສິວິໄລ, ທັນສະໄໝ”, ກາຍເປັນສູນທ່ອງທ່ຽວ, ວັດທະນະທຳຂອງນະຄອນຫຼວງ. ພິເສດ, ຄະນະຈັດຕັ້ງໄດ້ສົ່ງເສີມບັນດາຜົນງານມີລັກສະນະຄົ້ນພົບ, ປຸກລຸກຄວາມຄາດຫວັງນະວັດຕະກຳ; ສະເໜີແນະບັນດາໜ້າທີ່, ມາດຕະການທີ່ມີລັກສະນະກະໂດດຂັ້ນ, ປະກອບສ່ວນສ້າງເມືອງ ໄຕໂຮ່ ຕາມທິດ “ອະລິຍະທຳ, ສິວິໄລ, ທັນສະໄໝ”. ກຳນົດເວລາຮັບບົດເສັງຮອດວັນທີ 31 ກໍລະກົດ 2024.

ຕອບກັບ

ຂ່າວ/ບົດ​ອື່ນ