ປຸກລະດົມການເສັງຂຽນກ່ຽວກັບການປ້ອງກັນຕ້ານຜົນຮ້າຍຈາກຢາສູບ

ປຸກລະດົມການເສັງຂຽນກ່ຽວກັບການປ້ອງກັນຕ້ານຜົນຮ້າຍຈາກຢາສູບ - ảnh 1
ທ່ານ ຫງວຽນມີງຮົ່ງ ລັດຖະມົນຕີ
ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ​ ສື່​ສານ ຫວຽດ​ນາມ
(ພາບ: vietnamnet)

(vovworld) –​  ເມື່ອຕອບ​ສະ​ໜອງ ວັນ​ໂລກປອດ​ຢາ​ສູບ​ 31/5, ໃນ​ຕອນ​ເຊົ້າ​ ວັນ​ທີ 31/5, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ​ ສື່​ສານ ຫວຽດ​ນາມ ຈັດ​ຕັ້ງພິ​ທີ​ປຸກ​ລະ​ດົມ​ການ​ເສັງ ຂຽນ​ກ່ຽວ​ກັບການ​​ປ້​ອງ​ກັນ, ຕ້ານຜົນ​ຮ້າຍ​ຈາກ​ຢາ​ສູບ ປີ 2016. ການເສັງ​ເພື່ອແນ​ໃສ່​ຍູ້​ແຮງ ວຽກ​ງານຂໍ້​ມູນ​ຂ່າວ​, ການ​ໂຄ​ສະ​ນາເຜີຍ​ແຜ່ ກ່ຽວ​ກັບ​ຜົນ​ຮ້າຍຈາກ​ຢາ​ສູບ ເຖິງ​ປະ​ຊາ​ຄົມ; ສ່ອງ​ແສງ​ເຖິງ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ນະ​ໂຍບາຍ, ກົດ​ໝາຍ​ຂອງ​ລັດ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຈາກ​ຢາ​ສູບ. ​ຄະ​ນະ​ຈັດ​ການ​ເສັງ ໄດ້ປະ​ກາດ​ໃຊ້​ລະບຽບ​ການເສັງ​ເປີດເຜີຍ​ພໍ​ສົມ​ຄວນ ເພື່ອແນ​ໃສ່​​ລະ​ດົມ​ ສື່ມວນ​ຊົນ, ທຸກ​ຮູບ​ການກໍ່​ຄືບັນ​ດາ​ນັກ​ປະ​ພັນອາ​ຊີບ ແລະ ສະ​ໝັກຫຼີນ​ທົ່ວ​ປະ​ເທດເຂົ້າ​ຮ່ວມ. ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ​ ສື່​ສານ ຮັບ​ບົດ​ປະ​ພັນ​ເຂົ້າ​ຮ່ວມ​ການ​ເສັງ​ນັບ​ແຕ່​ວັນ​ທີ 31/05/2016 ເຖິງວັນ​ທີ 01/10/2016. ສ່ວນ​ໂຄງ​ປະ​ກອບ​ລາງວັນມີ​ຢູ່​ວ່າ, ແຕ່​ລະ​ຮູບ​ການ​ສ່​ືມວນ​ຊົນ (ສື່​ສິ່ງ​ພີມ, ສື່ເອ​ເລັກ​ໂຕ​ນິກ, ວິ​ທະ​ຍຸ, ໂທ​ລະ​ພາບ) ຈະ​ມີ​ລາງວັນ ​ທີ 1 ໜຶ່ງ​ລາງວັນ, ລາງວັນ ​ທີ 2 ສອງ​ລາງວັນ, ລາງວັນ​ ທີ 3 ສາມ​ລາງວັນ ແລະ ລາງວັນ​ ​ຊົມ​ເຊີຍ 3 ລາງວັນ​. ເຖິງ​ຢ່າງ​ໃດ​ກໍ່​ຕາມ​​ໂຄງ​ປະ​ກອບ​ລາງວັນ ສາ​ມາດ​ປ່ຽນ​ແປງ​ໄດ​ຕາມ​ໝາກ​ຜົນ, ຄຸນ​ນະ​ພາບຂອງ​ບົດ​ປະ​ພັນ​ທີ່​ເຂົ້າ​ຮ່ວມ​ການ​ເສັງ. ພິ​ທີ​ສະ​ຫລຸບມອບ​ລາງ​ວັນ​ ການ​ເສັງດັ່ງ​ກ່າວ ຄາດ​ຄະ​ເນ​ວ່າຈະ​ດຳ​ເນີນ​ ໃນ​ລ​ະ​ຫວ່າງ ວັນ​ທີ 15/10-30/11/2016

ຂ່າວ/ບົດ​ອື່ນ