ປຸກລະດົມການເສັງຂຽນ“ຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ຕ່າງປະເທດກັບໜ້າທີ່ປົກປັກຮັກສາອະທິປະໄຕທະເລ,ໝູ່ເກາະຫວຽດນາ

ປຸກລະດົມການເສັງຂຽນ“ຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ຕ່າງປະເທດກັບໜ້າທີ່ປົກປັກຮັກສາອະທິປະໄຕທະເລ,ໝູ່ເກາະຫວຽດນາ - ảnh 1
(ພາບປະກອບ)

(vovworld) – ການ​ເສັງ​ຂຽນ​ສະ​ຫງວນ​ໃຫ້​ແກ່​ບຸກ​ຄົນ, ໝູ່​ຄະ​ນະ ທີ່​ເປັນ​ຊ​າວ ຫວຽດ​ນາມ ໃນ​ເກັນ​ອາ​ຍຸ​ແຕ່ 16 – 35 ປີ, ປະ​ຈຸ​ບັນ​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລ​ະ ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ. ເນື້ອ​ໃນ​ບົດ​ຂຽນ​ສຸມ​ໃສ່​ເຂົ້າ​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ​ຄື: ການ​ສະ​ສົມ, ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ, ເອ​ກະ​ສານ​ປະ​ຫວັດ​ສາດ ແລະ ນິ​ຕິ​ກຳ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສ​ຳ​ລັບ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ, ສະ​ເໜີ, ແນະ​ນຳ​ຫົວ​ຄິດ​ປະ​ດິ​ດ​ສ້າງ, ຂໍ້​ລິ​ເລີ່ມ, ມາດ​ຕະ​ການ​ຂອງ​ຊາວ​ໜຸ່ມ, ນັກ​ສຶກ​ສາ​ໃນ​ການ​ຕໍ່​ສູ້, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ ໝູ່​ເກາະ​ຂອງ ຫວຽດ​ນາມ… ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປຸກ​ລະ​ດົມເຊິ່ງ​ໄດ້​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 13/7, ຢູ່​ຮ່າ​ໂນ້ຍ, ທ່າງ​ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ເຈື​ອງ​ມີງ​ຕ໋ວນ, ເນັ້ນ​ໜັກ​ວ່າ:

        “ຜ່ານກາ​ນ​ເສັງ​ຂຽນ​ນີ້, ​ດ້ວຍເປົ້າ​ໝາຍ​​ແມ່ນ​ໄວ​ໜຸ່ມ, ນັກ​ສຶກ​ສາ, ພວກ​ເຮົາ​ໄດ້​ປະ​ກອບ​ບົດ​ບາດ​ອັນ​ໃຫຍ່ຫຼວງ​ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໂຄ​ສະ​ນາ​ໃຫ້​ຊາວຕ່າງ​ປະ​ເທດ​ຢູ່​ປະ​ເທດ​​​ທີ່​ຊາວ​ໜຸ່ມ, ​ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ, ດ​ຳ​ລົງ​ຊີ​ວິດ ແລ​ະ ເຮັດ​ວຽກ ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່​ວາ​ກ່ຽວ​ກັບ​​ຄວາມເປັນ​ທຳ​ຂອງ ຫວຽດ​ນາມ, ເຂົ້າ​ໃຈ​ແຈ້ງ​ກ່​ວາ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ລັດ ຫວຽດ​ນາມ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວ​ກ​ເຮົາ​ໃນ​ປະ​ຈຸ​ບັນ ແລະ ໃນ​ອະ​ນາ​ຄົດ​ແມ່ນ​ຕ້ອງ​ສືບ​ຕໍ່​ມີ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ກ່​ວາ​ອີກ ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ​ທີ່​ສັກ​ກະ​ລະ​ບູ​ຊ​າ​ຂອງ​ປະ​ເທດ​ຊາດ.”

 

 

ຂ່າວ/ບົດ​ອື່ນ