ປຸກລະດົມການເສັງຮູບຖ່າຍສິລະປະສາກົນຄັ້ງທີ8ຢູ່ຫວຽດນາມ

ປຸກລະດົມການເສັງຮູບຖ່າຍສິລະປະສາກົນຄັ້ງທີ8ຢູ່ຫວຽດນາມ - ảnh 1
(ຮູບປະກອບ: Thanh Tung/TTXVN)

(vovworld) – ສະມາຄົມນັກ​​ຖ່າຍຮູບ​ຫວຽດນາມ ຫາ​ກໍ​ປຸກລະດົມ​ການ​ເສັງ​ຮູບ​ຖ່າຍ​ສິລະ​ປະ​ສາກົນ​ຄັ້ງ​ທີ 8 ຢູ່ ຫວຽດນາມ ປີ 2015 ດ້ວຍ​ການ​ອຸປະຖຳ​ຂອງ​ສະຫະພັນສິລະ​ປະຖ່າຍຮູບ​ສາກົນ (FIAP) ​ແລະ ອົງການ​ຮູບ​ຖ່າຍບໍ່​ມີ​ພົມ​ແດນຝຣັ່ງ (ISF). ການ​ເສັງ​ຮູບ​ຖ່າຍ​ສະຫງວນ​ໃຫ້​ບັນດາ​ນັກ​ຖ່າຍຮູບ​ໃນ​ທົ່ວ​ໂລກ ດ້ວຍ 4 ​ເນື້ອ​ໃນ​ຫົວ​ຂໍ້​ທີ່​ໄດ້​ຍົກ​ອອກ​ມາ​ສຳລັບ​ຮູບ​ຖ່າຍ​ສີ ​ແລະ ຮູບ​ຖ່າຍສີ​ດຽວ ​ແມ່ນ: ​ຄວາມເສລີ, ​ແມ່ຍິງ ​ແລະ ວຽກ​ເຮັດ​ງານ​ທຳ; ​ຮູບ​ຖ່າຍ​ວັດຖຸ ​ໂດຍລະອຽດ​ແມ່ນ: ຮູບ​ຖ່າຍສິລະ​ປະ​ດ້ວຍ​ເນື້ອ​ໃນ “​ເສລີ” ​ ​​ແມ່ນ​ມີທຸກ​ຫົວ​ຂໍ້, ຮູບ​ການ ​ແລະ ວິທີ​ສະ​ແດງ. ສ່ວນຫົວ​ຂໍ້ “​ແມ່ຍິງ ​ແລະ ວຽກ​ເຮັດ​ງານ​ທຳ” ຈະ​​ພັນ​ລະນາ, ວາດພາບ​ເຖິງ​ການ​ອອກ​ແຮງ​ງານ​ຂອງ​ຜູ້ຍິງ​ຢູ່​ທຸກ​ແຫ່ງ​​ໃນໂລກ ສ່ວນ​ຫົວ​ຂໍ້ “ວັດຖຸ” ບັນດາ​ນັກ​ຖ່າຍ​ຮູບ​ອາດ​ຈະ​ພັນ​ລະ​ນາ​ວັດຖຸ​ສິ່ງ​ຂອງ​ທີ່​ຕິດ​ພັນ​ກັບ​ການ​ດຳລົງ​ຊີວິດ​ຂອງ​ມະນຸດ, ນຳ​ມາ​ໃຫ້​ຜູ້​ຊົມ​ຄວາມ​ຮູ້ສຶກກ່ຽວ​ກັບ​ຄວາມ​ໝາຍ​ວັດທະນະທຳ​ມະນຸ​ດ ​ແລະ ສັງຄົມ.

ຂ່າວ/ບົດ​ອື່ນ