ປ​ຸກ​ລະ​ດົມ​ການ​ແຂ່ງ​ຂັນ​ຊອກ​ຫາ “​ທູດສັນ​ຖະ​ວະ​ໄມ​ຕີ​ເພື່ອ​ສັນ​ຕິ​ພາບ ປີ 2019”

(VOVWORLD) -ເປົ້າໝາຍເຂົ້າຮ່ວມການແຂ່ງຂັນແມ່ນບັນດາພົນລະເມືອງທັງໝົດທີ່ຖືສັນຊາດ ຫວຽດນາມ, ເພື່ອມມິດສາກົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຮ່າໂນ້ຍໃນເກນອາຍຸ 18 – 50 ປີ, ລວງສູງແຕ່ 1ແມັດ 55 ຂຶ້ນໄປ, ຮັກຫອມສັນຕິພາບ ແລະ ມີຄວາມຫວັງຢາກສະແດງໃຫ້ເຫັນຄວາມສາມາດຂອງຕົນ.
ປ​ຸກ​ລະ​ດົມ​ການ​ແຂ່ງ​ຂັນ​ຊອກ​ຫາ “​ທູດສັນ​ຖະ​ວະ​ໄມ​ຕີ​ເພື່ອ​ສັນ​ຕິ​ພາບ ປີ 2019” - ảnh 1ການແຂ່ງຂັນ “ທູດສັນຖະວະໄມຕີເພື່ອສັນຕິພາບ" (ພາບ: HNM)

  ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນ ຮ່າໂນ້ຍ ໄດ້ ຮັບນາມມະຍົດ ນະຄອນແຫ່ງສັນຕິພາບຈາກ UNESCO, ສະເຫຼີມສະຫຼອງ 65 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (ວັນທີ 10 ຕຸລາ 1954 - ວັນທີ 10 ຕຸລາ 2019), ວັນທີ 8 ຕຸລາ, ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ (HAUFO) ພ້ອມກັບ ບັນດາຄູ່ຮ່ວມມືໄດ້ປຸກລະດົມການແຂ່ງຂັນຊອກຫາ “ທູດສັນຖະວະໄມຕີເພື່ອສັນຕິພາບ ປີ 2019”

        ເປົ້າໝາຍເຂົ້າຮ່ວມການແຂ່ງຂັນແມ່ນບັນດາພົນລະເມືອງທັງໝົດທີ່ຖືສັນຊາດ ຫວຽດນາມ, ເພື່ອມມິດສາກົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຮ່າໂນ້ຍໃນເກນອາຍຸ 18 – 50 ປີ, ລວງສູງແຕ່ 1ແມັດ 55 ຂຶ້ນໄປ, ຮັກຫອມສັນຕິພາບ ແລະ ມີຄວາມຫວັງຢາກສະແດງໃຫ້ເຫັນຄວາມສາມາດຂອງຕົນ.

        ຄະນະຈັດຕັ້ງໄດ້ວາງອອກມາດຖານການຄັດເລືອກນັ້ນແມ່ນ ຜູ້ທີ່ຈະມາເປັນທູດ ຕ້ອງມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດແລະ ສວຍງາມເພື່ອ ປະກອບສ່ວນເຂົ້າໃນໂຄສະນາພາບພົດຂອງນະຄອນທີ່ຮັກຫອມສັນຕິພາບ ແລະ ເປັນມິດກັບສິ່ງແວດລ້ອມ, ນອກຈາກນັ້ນກໍ່ຢັ້ງຢືນກັບເພື່ອນມິດສາກົນກ່ຽວກັບນະຄອນທີ່ມີການພັດທະນາຢ່າງບໍ່ຢຸດຢັ້ງແຕ່ຍັງຄົງຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ຂອງ ຊາວ ຮ່າໂນ້ຍ, ສົມກັບນາມມະຍົດ ນະຄອນແຫ່ງສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ