ປຸກລະດົມຂໍ້ລິເລີ່ມ ປ້ອງກັນ, ຕ້ານການສໍ້ລາດ ບັງຫຼວງຫວຽດນາມ ປີ 2014

ປຸກລະດົມຂໍ້ລິເລີ່ມ ປ້ອງກັນ, ຕ້ານການສໍ້ລາດ ບັງຫຼວງຫວຽດນາມ ປີ 2014 - ảnh 1
ການ​ປະຊຸມ​ຂ່າວປຸກລະດົມ​ຂໍ້​ລິ​ເລີ່ມປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຫວຽດນາມ ປີ 2014
(ພາບ: vietnamnet.vn)


(vovworld) - ​ໂດຍ​ປະຕິບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຮອດ​ປີ 2020, ຕອນ​ເຊົ້າ​ວັນ​ທີ 09/12, ຢູ່​ຮ່າ​ໂນ້ຍ, ອົງການ​ກວດກາ​ລັດຖະບານ​ໄດ້​ສົມທົບ​ກັບ​ທະນາຄານ​ໂລກ ຈັດ​ຕັ້ງ​ການ​ປະຊຸມ​ຂ່າວປຸກລະດົມ​ຂໍ້​ລິ​ເລີ່ມປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຫວຽດນາມ ປີ 2014. ​ໂຄງການຂໍ້​ລິ​ເລີ່​ມປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຫວຽດນາມ (VACI) ປີ 2014 ​ມຸ່ງ​ໄປ​ເຖິງ​ຫົວ​ຂໍ້ “​ເພີ່ມ​ທະວີ​ລັກສະນະ​ກະ​ຈ່າງ​ແຈ້ງ, ຄວາມ​ທ່ຽງ​ທຳ ​ແລະ ໜ້າ​ທີ່​ຮັບຜິດຊອບຕໍ່​ການ​ອະພິປາຍ”. ​ໂຄງການ​ເຊິ່ງລວມມີ 2 ​ເນື້ອ​ໃນ​ຄື: ປຸກລະດົມ​ການ​ແຂ່ງ​ຂັນ​ປະດິດ​ຄິດສ້າງ ​ແລະ ​ແລກປ່ຽນ​ຄວາມ​ຮູ້, ​ເວທີ​ປາ​ໄສ​ນະ​ໂຍບາຍ. ຜ່ານ​ການ​ແຂ່ງ​ຂັນ​​ປະດິດຄິດ​ສ້າງ, ໂຄງການ​ປາດ​ຖະໜາ​ຢາກ​ຊອກ​ຫາ​ບັນດາ​ແຜນຮ່າງ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງ, ຂໍ້​ລິ​ເລີ່​ມ, ຮູບ​ແບບ​ມີ​ປະສິດທິ​ຜົນ ມີ​ຄວາມ​ສາມ​ດບົມຊ້ອນ​ພັດທະນາ​ຢູ່​ຂັ້ນ​ທ້ອງ​ຖິ່ນ, ຜ່ານ​ນັ້ນ​ທະວີ​ຄູນ​ອອກ​ສູ່​ວົງ​ຄະນະ​ຍາດ. ທ່ານ​ຮອງ​ຫົວໜ້າ​ອົງການ​ກວດ​ສອບລັດຖະບານຫວຽດນາມ ຫງວຽນ​ວັນ​ແທງ ​ໃຫ້​ຮູ້​ວ່າ.

   “​ໂຄງການຂໍ້​ລິ​ເລີ່ມປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງການ​ກວດກາ​ລັດຖະບານ​ເວົ້າ​ສະ​ເພາະ, ກໍ່​ຄື​ຫວຽດນາມ ​ເວົ້າ​ລວມ ​ເພື່ອ​ຊອກ​ຫາ​ວິທີ​ສະກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ, ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ສັງຄົມ​ທີ່​ມີ​ຕໍ່​​ກິດ​ຈະການທີ່​ຫຍຸ້ງຍາກ ​ແລະ ສັບສົນ​ດັ່ງກ່າວ. ພວກ​ເຮົາ​ສາມາດ​ມີ​ພື້ນຖານ​ເພື່ອ​ມີ​ຄວາມ​ຫວັງ ​ແລະ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມ, ​ເພື່ອນ​ມິດສາ​ກົນ, ຫວຽດນາມ ສາມາດ​ຫຼຸດ​ພົ້ນອອກ​ຈາກ​ສະພາບ​ວິ​ກິດ​ການ​ກ່ຽວ​ກັບ​ການ​ສໍ້​ລາດບັງ​ຫຼວງ​ຄື​ປະຈຸ​ບັນ”.

ຂ່າວ/ບົດ​ອື່ນ