ປຸກລະດົມປີຊາວໜຸ່ມ ອາສາສະໝັກ 2014

ປຸກລະດົມປີຊາວໜຸ່ມ ອາສາສະໝັກ 2014  - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 19/1, ຢູ່​ແຂວງ​ດ້ຽນບຽນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ປຸກລະດົມ​ ປີ​ຊາວ​ໜຸ່ມ​ອາສາ​ສະໝັກ 2014.

        ປີ 2014 ​ໄດ້​ຮັບ​ເລືອກ​ເປັນ​ ປີ​ຊາວ​ໜຸ່ມ​ອາສາ​ສະໝັກ ດ້ວຍ​ບັນດາ​ເນື້ອ​ໃນ​ຈຸດ​ສຸມ​ຄື: ຍູ້​ແຮງ​ຂະ​ບວນການ “​ໄວ​ໜຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່“, ຍົກ​ສູງຄຸນນະພາ​ບຂະ​ບວນການ “​ໄວ​ໜຸ່ມ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຕົວ​ເມືອງ​ສີວິ​ໄລ“ ​ແລະ ສ້າງ​ບາດກ້າວ​ບຸກທະລຸ​ໃນ​ຂະ​ບວນການ ຊາວ​ໜຸ່ມ​ອາສາ​ສະໝັກ ​ເພື່ອ​ຊີວິດ​ປະຊາ​ຄົມ, ຮັບປະກັນ​ຊີວິດ​ສັງຄົມ. ຜ່ານ 15 ປີ ​ແຫ່ງ​ການ​ເຄື່ອນ​ໄຫວ, ຂະ​ບວນການ ຊາວ​ໜຸ່ມ​ອາສາ​ສະໝັກ​ໄດ້​ຮັບ​ການ​ພັດທະນາ​ນັບ​ມື້​ນັບ​ແຮງ, ດຶງ​ດູດ​ຊາວ​ໜຸ່ມ​ນັບ​ລ້ານ​ຄົນ​ເຂົ້າ​ຮ່ວມ, ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ​ໃນ​ສັງຄົມ. ຜ່ານ​ຂະ​ບວນການ ຊາວ​ໜຸ່ມ​ອາສາ​ສະໝັກ, ຊາວ​ໜຸ່ມ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ​ແລະ​ ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​.

ຂ່າວ/ບົດ​ອື່ນ