ປຸກລະດົມລາຍການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ ຫວຽດນາມ”

ປຸກລະດົມລາຍການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ ຫວຽດນາມ” - ảnh 1
(ພາບປະກອບ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 07/07, ຢູ່​ຮ່າ​ໂນ້ຍ, ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ 54 ປີ​ແຫ່ງວັນ​ສ້າງ​ຕັ້ງຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ (09/07/1960 - 09/07/2014), ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ປຸກລະດົມ​ລາຍການ​ຊຸກຍູ້​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ ດ້ວຍ​ຫົວ​ຂໍ້ “ຊາວ​ຫວຽດນາມ ​ໄປ​ທ່ອງ​ທ່ຽວ​ຢູ່ຫວຽດນາມ”. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປຸກລະດົມ, ທ່ານ​ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວຫວຽດນາມ ຫງວຽນ​ວັນ​ຕ໋ວນ ​ໃຫ້​ຮູ້​ວ່າ, ລາຍການຊຸກຍູ້​ການທ່ອງທ່ຽວດັ່ງກ່າວ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ແນ​ໃສ່​ຮັກສາ​ທ່າ​ເຕີບ​ໂຕ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ຂອງ​ປະ​ເທດຢ່າງລ້ຽນຕິດ, ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​​ເສດຖະກິດ​ສັງຄົມ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ.

        ຕໍ່ໜ້າ​ຜົນ​ກະທົບ​ຈາກ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເພື່ອ​ແນ​ໃສ່​ຮັກສາ ​ແລະ ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ຈຳນວນ​ແຂກ​ທ່ອງ​ທ່ຽວ​ສາກົນ ​ແລະ ພາຍ​ໃນ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ຫງວຽນ​ວັນ​ຕ໋ວນ ​ເນັ້ນ​ໜັກ​ວ່າ.

 “​ເພື່ອ​ຮັບ​ມື​ກັບ​ຜົນ​ກະທົບ​ຈາກສະພາບ​​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພວກ​ເຮົາ​ຈະ​ສຸມ​ໃສ່​ສ້າງ​ລາຍການ​ຊຸກຍູ້​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ “ຊາວ​ຫວຽດນາມ ​ໄປ​ທ່ອງ​ທ່ຽວຢູ່ ​ຫວຽດນາມ”, ​ການໄປ​ທ່ອງ​ທ່ຽວ​ແຕ່​ລະ​ຄັ້ງ​ແມ່ນ​ເພື່ອ​​ເຮັດ​ໃຫ້ມີ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ​ຕື່ມ​ອີກ. ປຸກລະດົມ​ບັ້ນ​ຂົນຂວາ​ຍສົ່ງ​ເສີມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ກັບ​ເມືອ​ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ, ປະກອບສ່ວນ​ຊຸກ​ຍູ້​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ບັນດາ​ເຂດ​ພູດ​ອຍ, ​ເຂດ​ທົ່ງພຽງ, ​ແຄມທະ​ເລ ​ແລະ ໝູ່​ເກາະ”.

ຂ່າວ/ບົດ​ອື່ນ