ປຸກລະດົມລາຍການປະດິດຄິດສ້າງໜຸ່ມຫວຽດນາມທົ່ວໂລກປີ 2021

(VOVWORLD) -ລາຍການແມ່ນການລົງທຶນດ້ານເຫື່ອແຮງ, ພູມປັນຍາ, ຄວາມສຸດຈິດສຸດໃຈຂອງເພື່ອນໜຸ່ນຫຼາຍຄົນທີ່ພວມຮ່ຳຮຽນ, ຄົ້ນຄວ້າ ແລະ ເຮັດວຽກຢູ່ເອີລົບ.
ປຸກລະດົມລາຍການປະດິດຄິດສ້າງໜຸ່ມຫວຽດນາມທົ່ວໂລກປີ 2021 - ảnh 1(ທ່ານ ຫວູກວກຮຸຍ, ຜູ້ອຳນວຍການສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ)

ວັນທີ 19 ສິງຫາ, ພິທີປຸກລະດົມລາຍການປະດິດຄິດສ້າງໜຸ່ມຫວຽດນາມ ທົ່ວປະເທດ (InnoCity Global Launching 2021) ໄດ້ດຳເນີນທາງອອນລາຍຢູ່ສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ຫວຽດນາມ ແລະ ເກືອບ 150 ສະຖານທີ່ຢູ່ 16 ປະເທດໃນທົ່ວໂລກ. ກ່າວຄຳເຫັນທີ່ພິທີ, ທ່ານ ຫວູກວກຮຸຍ, ຜູ້ອຳນວຍການສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ, ໃຫ້ຮູ້ວ່າ:

“ລາຍການແມ່ນການລົງທຶນດ້ານເຫື່ອແຮງ, ພູມປັນຍາ, ຄວາມສຸດຈິດສຸດໃຈຂອງເພື່ອນໜຸ່ນຫຼາຍຄົນທີ່ພວມຮ່ຳຮຽນ, ຄົ້ນຄວ້າ ແລະ ເຮັດວຽກຢູ່ເອີລົບ. ສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ປາດຖະໜາວ່າ ຜ່ານລາຍການດັ່ງກ່າວຈະດຶງດູດພູມປັນຍາຫວຽດນາມ ເຂົ້າຮ່ວມປະກອບຂໍ້ລິເລີ່ມ, ມາດຕະການແກ້ໄຂ ແລະ ບັນດາບັນຫາຂອງປະເທດຊາດໃຫ້ຫຼາຍກວ່າອີກ ”.

ລາງວັນຂໍ້ລິເລີມໜຸ່ມຫວຽດນາມ ທົ່ວປະເທດ ຈະໄດ້ມອບໃນເດືອນ ມັງກອນ 2022.

ຕອບກັບ

ຂ່າວ/ບົດ​ອື່ນ