ປຸກລະດົມວັນສິດຂອງຜູ້ຊົມໃຊ້ຫວຽດນາມ 15/3

ປຸກລະດົມວັນສິດຂອງຜູ້ຊົມໃຊ້ຫວຽດນາມ 15/3 - ảnh 1
ພາບ​ປະ​ກອບ

(vovworld) - ຕອນ​ຄ່ຳ​ວັນ​ທີ 12/3, ຢູ່​ນະ​ຄອນ ໂຮ່​ຈ​ີ​ມິນ, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈ​ີ​ມິນ ​ຈັດ​ຕັ້ງ​ພິ​ທີ​ປຸກ​ລະ​ດົມ ວັນ​ສິດ​ຂອງ​ຜູ້​ຊົມ​ໃຊ້ ຫວຽດ​ນາມ (15/3). ກ່າ​ວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ເຈີ່ນ​ຕ໋ວນ​ແອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ, ໃຫ້​ຮູ້​ວ່າ ວຽກ​ງານ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ຊົມ​ໃຊ້ ເຖິງວ່າ ມີໝາກຜົນ​​ຕັ້ງ​ໜ້າ​ຫຼາຍ​ຢ່າງກໍ່​ຕາມ, ແຕ່​ຍັງ​ມີຫຼາຍ​ວຽກ​ງານ​​ຄວນຍູ້​ແຮງ ແລະ ເພີ່ມ​ທະ​ວີ​ເພື່ອ​ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ນັ້ນ​ແມ່ນ​ການ​ໂຄ​ສະ​ນາ, ສຶກ​ສາ​ເພື່ອ​ຍົກ​ສູງ​ສະ​ຕິ​​ຄວາມ​ຮັບ​ຮູ້ຂອງ​ຜູ້​ຊົມ​ໃຊ້, ປັບ​ປຸງ​ລະ​ບົບ​ບັນ​ດາ​ອົງ​ການ​ຄຸ້​ມ​ຄອງ​ລັດ ​ທີ່ກ່ຽວ​ຂ້ອງ​ເຖິງ​ການ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ຊົມ​ໃຊ້, ກໍ່​ຄື​ການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ສັງ​ຄົມ​ໃນ​ວຽກ​ງານນີ້.


ຂ່າວ/ບົດ​ອື່ນ