ປຸກລະດົມສັບປະດາແຫ່ງຊາດກ່ຽວກັບຄວາມປອດໄພ, ຫຼັກອະນາໄມໃນການ ອອກແຮງງານ - ການປ້ອງກັນ ແລະ ຕ້ານເຫດລະເບີດ,

   ປຸກລະດົມສັບປະດາແຫ່ງຊາດກ່ຽວກັບຄວາມປອດໄພ, ຫຼັກອະນາໄມໃນການ ອອກແຮງງານ - ການປ້ອງກັນ ແລະ ຕ້ານເຫດລະເບີດ, - ảnh 1
(ພາບປະກອບ)

(vovworld)- ພິທີ ປຸກລະດົມສັບປະດາແຫ່ງຊາດກ່ຽວກັບຄວາມປອດໄພ, ຫຼັກອະນາໄມໃນການ ອອກແຮງງານ - ການປ້ອງກັນ ແລະ ຕ້ານເຫດລະເບີດ, ອັກຄີໄພ ໄດ້ຖືກຈັດຂຶ້ນໃນຕອນເຊົ້າວັນທີ 16/3 ຢູ່ແຂວງເທື່ອທຽນເຫ້ວ. ກ່າວຄຳເຫັນທີ່ພິທີ,  ທ່ານ​ນາງລັດຖະມົນຕີ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ຝ້າ​ມທິຫາຍ​ຈວຽນ​​ເນັ້ນໜັກວ່່າໃນໄລຍະທີ່ຈະເຖິງ, ບັນດາຂະແໜງການ, ທ້ອງຖິ່ນຕ່າງໆຈົ່ງປ່ຽນແປງໃໝ່ວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບຄວາມປອດໄພ, ຫຼັກອະນາໄມໃນການ ອອກແຮງງານ - ການປ້ອງກັນ ແລະ ຕ້ານເຫດລະເບີດ, ອັກຄີໄພ; ປະສານສົມທົບ ບັນດາໂຄງການຮັບປະກັນຄວາມປອດໄພ, ຫຼັກອະນາໄມໃນການ ອອກແຮງງານ ກັບ​ບັນດາ​ໂຄງການ​ປ້ອງ​ກັນ ​ແລະ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຮັກສາ​ສິ່ງ​ແວດ​ລ້ອມ. ທ່ານ​ນາງລັດຖະມົນຕີ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ຝ້າ​ມທິຫາຍ​ຈວຽນ​​ເນັ້ນໜັກວ່່າ : (​ເທບ​)

   “ ຂ້າພະ​ເຈົ້າ​ຫວັງ​ວ່າ ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ, ຜູ້ນຳ​ໃຊ້​ແຮງ​ງານ, ​ແລະ ຊາວ​ຜູ​ຄ້ອອກ​ແຮງ​ງານ​ຈົ່ງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ​ເພື່ອ​ຕອບ​ສະໜອງ​ສັບປະດາ​ແຫ່ງ​ຊາດ​ປີ​ນີ້. ພ້ອມ​ກັນ​ນັ້ນ, ກໍ​ຜັນ​ຂະຫຍາຍ​ບັນດາ​ວິທີ​ການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ​ເພື່ອ​ຈຸດ​ໝາຍ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະພາບຂອງ​ຄົນ​ງານ ”

ຂ່າວ/ບົດ​ອື່ນ