(VOVWORLD) - ຕອນເຊົ້າວັນທີ 26 ເມສາ ຢູ່ ຮ່າໂນ້ຍ, ໄດ້ດຳເນີນພິທີປຸກລະດົມເດືອນເຄື່ອນໄຫວ ກ່ຽວກັບຄວາມປອດໄພຫລັກອະນາໄມໃນການອອກແຮງງານ ແລະເດືອນກຳມະກອນປີ 2025.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງກ່າວຄຳເຫັນທີ່ພິທີ.(ພາບ:Thủy Trang/VOV |
ໃນຂອບເຂດເດືອນເຄື່ອນໄຫວດັ່ງກ່າວ, ຄະນະຊີ້ນຳຈະຜັນຂະຫຍາຍການເຄື່ອນໄຫວຫລາຍຢ່າງດ້ວຍຂອບຂະຫນາດທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ໃນນັ້ນ ຍ້ອງຍໍສັນລະເສີນບັນດາຂໍ້ລິເລິ່ມ, ຮູບແບບປະດິດຄິດສ້າງທີ່ດີເດັ່ນຂອງກຳມະກອນ ແລະ ວິສາຫະກິດ ໃນວຽກງານຮັບປະກັນຄວາມປອດໄພ, ຫລັກອະນາໄມໃນການອອກແຮງງານ.
ແລະກໍ່ໃນເດືອນພຶດສະພາ, ເດືອນກຳມະກອນປີ 2025 ມີຫົວຂໍ້ “ກຳມະກອນປະຈັນບານກ້າວເຂົ້າສູ່ສັງກາດໃຫມ່” ໂດຍສຸມໃສ່ເຂົ້າໃນບັນດາການເຄື່ອນໄຫວເອົາໃຈໃສ່ເບິ່ງແຍງສະມາຊິກກຳມະບານ, ຜູ້ອອກແຮງງານ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ຊີ້ແຈ້ງວ່າ:
ຂ້າພະເຈົ້າສະເຫນີ ແຕ່ລະວິສາຫະກິດ ຕ້ອງຖືຜູ້ອອກແຮງງານແມ່ນແຫລ່ງກຳລັງລ້ຳຄ່າທີ່ສຸດ. ສະມາຊິກກຳມະບານແຕ່ລະຄົນຕ້ອງເປັນຢູ້ຮ່ວມເດີນທາງທີ່ໄວ້ເນື້ອເຊື່ອໃຈທີ່ສຸດ, ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ສະມາຊິກກຳມະບານ. ຂ້າພະເຈົ້າກໍ່ສະເຫນີຜູ້ອອກແຮງງານແຕ່ລະຄົນ ຄວນເປັນເຈົ້າການໃນການຮ່ຳຮຽນ, ຝືກຝົນຫລໍ່ຫລອມທັກສະ, ເພີ່ມທະວີດ້ານເຕັກນິກ, ມີການປ່ຽນແປງໃຫມ່ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ ແລະຮັກມັກການອອກແຮງງານ”