ປຸກ​ລະ​ດົມ​ໂຄງ​ການ “ປູກຕົ້ນ​ໄມ້​ຂຽວ 1 ລ້ານ​ຕົ້ນ ເພື່ອ​ຫວຽດ​ນາມ ຂຽວ”

(VOVWORLD) -ຕາມໂຄງການລົງນາມແລ້ວ, ຄະນະຈັດຕັ້ງໂຄງການ ດັ່ງກ່າວ ຈະຜັນຂະຫຍາຍການປູກ ແລະ ບົວລະບັບຕົ້ນໄມ້ຂຽວ 1 ລ້ານຄົນຢູ່ປ່າສະຫງວນ ຢູ່ບັນດາເຂດທີ່ຖືກຜົນກະທົບຈາກໄພທຳມະຊາດ, ພາຍຸນ້ຳຖ້ວນ, ດິນເຊາະເຈື່ອນ…
ປຸກ​ລະ​ດົມ​ໂຄງ​ການ “ປູກຕົ້ນ​ໄມ້​ຂຽວ 1 ລ້ານ​ຕົ້ນ ເພື່ອ​ຫວຽດ​ນາມ ຂຽວ” - ảnh 1ທ່ານ ບຸນກວາງຮຸຍ ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ (ພາບ: thanhnien.vn)

ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ບໍລິສັດຈຳກັດນ້ຳຫວານ Suntory PepsiCo ຫວຽດນາມ ໄດ້ລົງນາມໂຄງການສົມທົບກັນຍົກສູງຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງ ປ່າ ແລະ ການປູກປ່າໄລຍະ 2021 – 2023 ແລະ ປຸກລະດົມໂຄງການ ປູກຕົ້ນໄມ້ຂຽວ 1 ລ້ານຕົ້ນ ເພື່ອຫວຽດນາມຂຽວ” ປີ 2021.

        ຕາມໂຄງການລົງນາມແລ້ວ, ຄະນະຈັດຕັ້ງໂຄງການ ດັ່ງກ່າວ ຈະຜັນຂະຫຍາຍການປູກ ແລະ ບົວລະບັບຕົ້ນໄມ້ຂຽວ 1 ລ້ານຄົນຢູ່ປ່າສະຫງວນ ຢູ່ບັນດາເຂດທີ່ຖືກຜົນກະທົບຈາກໄພທຳມະຊາດ, ພາຍຸນ້ຳຖ້ວນ, ດິນເຊາະເຈື່ອນ…ທ່ານ ບຸນກວາງຮຸຍ ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໃຫ້ຮູ້ວ່າ:

        ນີ້ແມ່ນການເຄື່ອນໄຫວທີ່ແທດຈິງເພື່ອແນໃສ່ຕອບສະໜອງແຜນຮ່າງປູກຕົ້ນໄມ້ຂຽວ 1 ລ້ານຕົ້ນ ໃນໄລຍະ 2021 2025 ຂອງທ່ານນາຍົກລັດຖະມົນຕີ. ຂ້າພະເຈົ້າຮຽກຮ້ອງໃຫ້ສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມຮ່ວມແຮງຮ່ວມໃຈປະກອບສ່ວນກຳລັງແຮງຂອງຕົນ ແຕ່ວຽກງານເລັກໆນ້ອຍໆຄືການເຂົ້າຮ່ວມຄຳໝັ້ນສັນຍາຂຽວ, ແຜ່ຂະຫຍາຍສານ ຂອງໂຄງການ ແມ່ນປົກປັກຮັກສາປ່າ ພ້ອມກັບສູນກາງຄະນະຊາວໜຸ່ມປະຕິບັດການຟື້ນຟູປ່າສະຫງວນ, ພັດທະນາຕົ້ນໄມ້ຂຽວ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ