ປຶກ​ສາ​ຫາ​ລື​ວິ​ທີ​ການ​ເລີ່ມ​ເຄື່ອນ​ໄຫວ​ການ​ທ່ອງ​ທ່ຽວ​ຄືນ​ໃໝ່

(VOVWORLD) -ຕອນເຊົ້າວັນທີ 14 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເຮັດວຽກກັບກະຊວງວັດທະນະທຳ, ກິລາ, ທ່ອງທ່ຽວ ແລະ ກະຊວງຄົມມະນາຄົມ, ຂົນສົ່ງ ກ່ຽວກັບວິທີການເລີ່ມເຄື່ອນໄຫວການທ່ອງທ່ຽວຄືນໄໝ່ໃນໄລຍະຈະມາເຖິງ.

ປຶກ​ສາ​ຫາ​ລື​ວິ​ທີ​ການ​ເລີ່ມ​ເຄື່ອນ​ໄຫວ​ການ​ທ່ອງ​ທ່ຽວ​ຄືນ​ໃໝ່ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກວ່າ: ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຄວນເປັນເອກະພາບກັບແຂວງຕ່າງໆ ທີ່ຄາດຄະເນຜັນຂະຫຍາຍການທົດລອງການທ່ອງທ່ຽວ ເພື່ອກະກຽມເງື່ອນໄຂຢ່າງລະອຽດໃນການຕ້ອນຮັບແຂກທ່ອງທ່ຽວ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ກະຊວງຄົມມະນາຄົມຂົນສົ່ງ ຄວນປະກາດໃຊ້ຂໍ້ແນະນຳ, ຂໍ້ກຳນົດກ່ຽວກັບເງື່ອນໄຂການເຂົ້າຮ່ວມ Tour ທ່ອງທ່ຽວ ແລະ ໃນການໄປມາຂອງ Tour ທ່ອງທ່ຽວຕ່າງໆໂດຍໄວ, ພິເສດ ແມ່ນລາຍການ ທີ່ກ່ຽວຂ້ອງເຖິງທາງລົດໄຟ, ທາງການບິນ, ດ້ວຍຈິດໃຈເປີດການທ່ອງທ່ຽວດ່ວນນັ້ນ ແຕ່ຕ້ອງຮັບປະກັນຄວາມປອດໄພ ຮັບມືຢ່າງຄ່ອງຕົວ ແລະ ມີໄຫວພິບ, ຄວບຄຸມຢ່າງມີປະສິດທິຜົນ. ທ່ານກ່າວວ່າ:

ໃນຂໍ້ແນະນຳກ່ຽວກັບທາງບົກນັ້ນ ຕ້ອງເອົາໃຈໃສ່ວ່າ ການຂົນສົ່ງແຂກທ່ອງທ່ຽວຕ້ອງໄປຕາມ Tour, ຜູ້ທີ່ຢູ່ໃນລົດຕ້ອງຮູ້ວ່າ ຈະໄປລົງຢູ່ໃສ, ຮູ້ຈັກຄວາມປອດໄພລ່ວງໜ້າກ່ຽວກັບການເດີນທາງ, ຮັບປະກັນການປະຕິບັດຂໍ້ກຳນົດຂອງບ່ອນບໍ່ມີຜູ້ຕິດເຊື້ອ (ເຂດຂຽວ). ຄວນມີການແນະນຳ ເຮັດແນວໃດ ເພື່ອໃຫ້ບໍລິສັດທ່ອງທ່ຽວ ລ້ວນແຕ່ມີຂໍ້ກຳນົດ ທີ່ຄົບຊຸດຕາມ ການແນະນຳຂອງ ກະຊວງ. ມານະພະຍາຍາມໝູນໃຊ້ເຕັກໂນໂລຢີໃຫ້ເປັນເອກະພາບກັນ.

 ກ່ຽວຂ້ອງເຖິງເງື່ອນໄຂໃນເຂດຢ້ຽມຊົມ, ລະຫຼິ້ນບັນເທີງ, ບັນດາຮາກຖານພັກອາໄສ, ທ່ານ ຫວູດຶກດາມ ໄດ້ສະເໜີວ່າ ຄວນມີຂໍ້ກຳນົດພິເສດໃນການປະຕິບັດ ຂໍ້ກຳນົດກ່ຽວກັບການຮັກສາໄລຍະຫ່າງ, ປະຕິບັດຕາມ 5 ຄຳເຕື່ອນຂອງ ກະຊວງສາທາລະນະສຸກ ຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ