ປຶກສາຫາລືຮ່າງກົດໝາຍວ່າດ້ວຍການ ເຂົ້າອອກເມືອງຂອງ ຊາວຕ່າງປະເທດຢູ່ ຫວຽດນາມ

ປຶກສາຫາລືຮ່າງກົດໝາຍວ່າດ້ວຍການ ເຂົ້າອອກເມືອງຂອງ ຊາວຕ່າງປະເທດຢູ່ ຫວຽດນາມ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ
ຫງວຽນ​ຊິງ​ຮຸ່ງ ​ເປັນ​ເຈົ້າພາບ​ຈັດ​ວາລະ​ປະຊຸມ
(ພາບ: vietnamplus.vn)


(vovworld) – ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ທີ 21, ຕອນ​ເຊົ້າ​ວັນ​ທີ 10/9, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ​ອອກ​ເມືອງ ​ແລະ ການ​ຢູ່​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ​ເປັນ​ເຈົ້າພາບ​ຈັດ​ວາລະ​ປະຊຸມ. ຕາມ​ນັ້ນ​ແລ້ວ, ຊາວ​ຕ່າງປະ​ເທດ​ທີ່​ເຂົ້າ, ອອກ​ເມືອງ, ອາ​ໄສ​ຢູ່​ຫວຽດນາມ ພຽງ​ແຕ່​ໄດ້​ນຳ​ໃຊ້​ປັດ​ສະ​ປໍ ຫຼື​ໜັງສືຜ່ານ​ແດນ​ທີ່​ມີ​ຄູນ​ຄ່າ​ແທນ​ໃຫ້​ປັດ​ສະ​ປໍ ​ເພື່ອ​ແກ້​ໄຂ​ສະພາບ​ການ​ທີ່​ເກີດ​ຂຶ້ນ​ສຳລັບ​ຜູ້​ມີ​ຫຼາຍ​ສັນຊາດ. ກ່ຽວຂ້ອງ​ເຖິງ​ເງື່ອນ​ໄຂ​ອອກ​ວີ​ຊາ, ຄວາມ​ເຫັນ​ສ່ວນ​ຫຼາຍ​ສະ​ເໜີ ຄວນ​ກຳນົດ​​ເງື່ອນ​ໄຂ​ຕິດ​ພ້ອມຢ່າງ​ແໜ້ນ​ແຟ້ນ, ລະອຽດ​ກວ່າ… ທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າ​ກຳມາ​ທິການ​ບັນດາ​ບັນຫາ​ສາກົນ​ຂອງ​ສະພາ​ແຫ່ງ​ຊາດ, ປະກອບ​ຄຳ​ເຫັນ​ວ່າ:

ຂ້າພະ​ເຈົ້າ​ເຫັນ​ດີ​ຕໍ່​ທັດສະນະ​ເມື່ອ​ອອກ​ວີ​ຊາ​ໃຫ້​ຊາວ​ຕ່າງປະ​ເທດ​ເຂົ້າ​ອອກ​​ແຮງ​ງານ​ຢູ່​ຫວຽດນາມ ຕ້ອງ​ມີ​ເງື່ອນ​ໄຂ​ໄດ້​ຮັບ​ອະນຸຍາດ​ຈາກ​ອົງການ​ທີ່​ມີ​ສິດ​ອຳນາດ. ນັ້ນ​ແມ່ນ​ຂະ​ແໜງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ດັ່ງ​ນັ້ນ, ນີ້​​ແມ່ນ​ເງື່ອນ​ໄຂ​ເພີ່ມ​ເຕີມ​ໃນ​ຮ່າງ​ກົດໝາຍ​ນີ້. ໝາຍ​ຄວາມ​ວ່າ​ມັນ​​ເປັນ​ເງື່ອນ​ໄຂ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ“.

ຜ່ານ​ການ​ປຶກສາ​ຫາລື, ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ ຮ່າງ​ກົດໝາຍ​ສະບັບ​ນີ້​ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ຈະ​ມາ​ເຖິງ, ພ້ອມ​ທັງ​ສະ​ເໜີ​ໃຫ້​ອົງການ​ຮຽບຮຽງ ​ແລະ ອົງການ​ກວດກາ​ຕີ​ລາຄາ​ຮັບ​ເອົາ​ບັນດາ​ຄຳ​ເຫັນ​ປຶກສາ​ຫາລື, ​ເພີ່ມ​ເຕີມ ​ແລະ ປັບປຸງ​ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ