ປິດກອງປະຊຸມຄັ້ງທີ 2 ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ສະໄໝທີ 13

(VOVWORLD) -ທ່ານ  ຫຼີຈານຊູ ໃຫ້ຄໍາໝັ້ນສັນຍາວ່າ ຈະຊຸກຍູ້ການປະຕິບັດກົດໝາຍ ແລະ ປະຊາທິປະໄຕສັງຄົມນິຍົມ, ປັບປຸງການຕິດຕາມກວດກາບັນດາສິດອໍານາດຂອງການບໍລິຫານ ແລະ ກົດໝາຍ, ສືບຕໍ່ປະຕິບັດການວາງແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ ຄັ້ງທີ 13

ຕອນເຊົ້າວັນທີ 15 ມີນາ, ຢູ່ຫໍປະຊຸມສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຢູ່ນະຄອນຫຼວງປັກກິ່ງ, ກອງປະຊຸມຄັ້ງທີ 2 ກອງປະຊຸມໃຫຍ່ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ສະໄໝທີ 13 ໄດ້ອັດລົງ ພາຍໃຕ້ການເປັນປະທານຂອງທ່ານ ຫຼີຈານຊູ ປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນ.

ປິດກອງປະຊຸມຄັ້ງທີ 2 ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ສະໄໝທີ 13	 - ảnh 1ພິທີອັດກອງປະຊຸມກອງປະຊຸມຄັ້ງທີ 2 ກອງປະຊຸມໃຫຍ່ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ສະໄໝທີ 13

        ກ່າວຄໍາເຫັນທີ່ພິທີອັດ, ທ່ານ  ຫຼີຈານຊູ ໃຫ້ຄໍາໝັ້ນສັນຍາວ່າ ຈະຊຸກຍູ້ການປະຕິບັດກົດໝາຍ ແລະ ປະຊາທິປະໄຕສັງຄົມນິຍົມ, ປັບປຸງການຕິດຕາມກວດກາບັນດາສິດອໍານາດຂອງການບໍລິຫານ ແລະ ກົດໝາຍ, ສືບຕໍ່ປະຕິບັດການວາງແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ ຄັ້ງທີ 13, ຕັດສິນໃຈປະຕິຮູບການເປີດປະຕູຢ່າງເລິກເຊິ່ງ; ພ້ອມທັງຢັ້ງຢືນວ່າ ພື້ນຖານເສດຖະກິດ ຈີນ ພວມຢູ່ໃນໄລຍະເປັນຕາຍໃນວິວັດແຫ່ງການຫັນປ່ຽນຮູບແບບການເຕີບໂຕ ແລະ ວາງອອກວິທີການ ເຊິ່ງປະເທດນີ້ ຈະສືບຕໍ່ພັດທະນາການປະຕິຮູບເສດຖະກິດມະຫາພາກຖືການສະໜອງສິນຄ້າເປັນຕົ້ນຕໍ, ກາຍເປັນປະເທດຜະລິດແຖວໜ້າກ່ຽວກັບສິນຄ້າ ແລະ ການບໍລິການມີຄຸນນະພາບສູງ...

        ບົນເນື້ອໃນຈິດໃຈດັ່ງກ່າວ, ບັນດາສະມາຊິກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ໄດ້ລົງຄະແນນສຽງຮັບຮອງເອົາຮ່າງມະຕິບາງສະບັບທີ່ສໍາຄັນ ຄື ຮ່າງມະຕິກ່ຽວກັບບົດລາຍງານວຽກງານລັດຖະບານ; ຮ່າງກົດໝາຍວ່າດ້ວຍການລົງທຶນຕ່າງປະເທດ ສປ.ຈີນ; ມະຕິກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມທົ່ວປວງຊົນປີ 2019.


ຕອບກັບ

ຂ່າວ/ບົດ​ອື່ນ