ປິດກອງປະຊຸມຄັ້ງທີ 55 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ຄາດວ່າ, ທີ່ກອງປະຊຸມເທື່ອທີ 1 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ລັດຖະບານຈະຍື່ນສະເໜີຮ່າງກົດໝາຍ 09 ສະບັບ ແລະ ມະຕິ 01 ສະບັບ.
ປິດກອງປະຊຸມຄັ້ງທີ 55 ຄະນະປະຈຳສະພາແຫ່ງຊາດ - ảnh 1(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ກ່າວຄຳເຫັນທີ່ກອງປະຊຸມ)

        ຕອນເຊົ້າວັນທີ 19 ມີນາ, ຢູ່ ຮ່າໂນ້ຍ, ກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດວາລະປິດກອງປະຊຸມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ສະເໜີໃຫ້ອົງການທີ່ກ່ຽວຂ້ອງກະກຽມບັນດາເນື້ອໃນ ແລະ ເງື່ອນໄຂທີ່ຈຳເປັນ, ຮັບປະກັນໃຫ້ກອງປະຊຸມຄັ້ງທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ໄດ້ຈັດຂຶ້ນຢ່າງມີວິທະຍາສາດ, ມີປະສິດທິຜົນ.

        “ສືບຕໍ່ສຸມຈິດສຸມໃຈເປັນຢ່າງສູງ, ກະກຽມເນື້ອໃນ, ແຕ່ລະຂອດຢ່າງລະອຽດລະອໍທີ່ສຸດ, ຮັບປະກັນໃຫ້ທຸກວຽກງານໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ຄົບຊຸດ ແລະ ຖືກຕາມຄວາມຄືບໜ້າ. ກ່ອນອື່ນໝົດ, ຕ້ອງກະກຽມດ້ານເນື້ອໃນບຸກຄະລາກອນຢ່າງລະອຽດລະອໍ. ທີ 2, ຕ້ອງສ້າງສຳເລັດ, ຮັບເອົາຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ ແລະ ສົ່ງເອກະສານທາງການຂອງບັນດາຮ່າງກົດໝາຍ, ມະຕິໃຫ້ສະມາຊິກສະພາແຫ່ງຊາດຜູ້ທີ່ໄດ້ຮັບເລືອກຕັ້ງໂດຍໄວ”.

        ຄາດວ່າ, ທີ່ກອງປະຊຸມເທື່ອທີ 1 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ລັດຖະບານຈະຍື່ນສະເໜີຮ່າງກົດໝາຍ 09 ສະບັບ ແລະ ມະຕິ 01 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ