ປິດງານບຸນດອກໄມ້ລະດູບານໃໝ່ປີຈໍ 2018 ຢູ່ນະຄອນໂຮ່ຈິມິນ

(VOVWORLD) -ງານບຸນດອກໄມ້ລະດູບານໃໝ່ປີຈໍ 2018 ຢູ່ນະຄອນໂຮ່ຈິມິນ ໄດ້ປິດລົງໃນຕອນຄ່ຳວັນທີ 21 ກຸມພາ, ພາຍຫຼັງເຄື່ອນໄຫວມາເປັນເວລາ 12 ວັນ.

ປິດງານບຸນດອກໄມ້ລະດູບານໃໝ່ປີຈໍ 2018 ຢູ່ນະຄອນໂຮ່ຈິມິນ - ảnh 1 ປິດງານບຸນດອກໄມ້ລະດູບານໃໝ່ປີຈໍ 2018 ຢູ່ນະຄອນໂຮ່ຈິມິນ

(ພາບ: baomoi.com)

ງານບຸນດອກໄມ້ລະດູບານໃໝ່ປີຈໍ ໄດ້ດຶງດູດຜູ້ມາຢ້ຽມຊົມ 8 ໝື່ນກວ່າເທື່ອຄົນ. ປີ 2018 ງານບຸນດອກໄມ້ລະດູບານໃໝ່ ໄດ້ວາງສະແດງວັດຖຸ 4.000 ກວ່າຢ່າງ ທີ່ເປັນເອກະລັກສະເພາະຄືຕົ້ນດອກໄມ້ປະດັບທີ່ຫາຍາກ, ນົກປະເພດຕ່າງໆ… ທີ່ງານບຸນດອກໄມ້ລະດູບານໃໝ່ 2018 ຍັງດຳເນີນການເຄື່ອນໄຫວສະແດງວັດທະນະທຳສິລະປະທີ່ເປັນເອກະລັກສະເພາະເພື່ອຮັບໃຊ້ໃຫ້ຜູ້ມາຢ້ຽມຊົມ. ໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບລາງວັນຫຼາຍລາງວັນໃຫ້ບັນດານັກສິລະປະການ, ເຮືອນສວນທີ່ມີບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະທີ່ໄດ້ນຳມາວາງສະແດງຢູ່ງານບຸນດອກໄມ້ລະດູບານໃໝ່ຈໍ 2018 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ