ປັນຍາຊົນໜຸ່ມສະເໜີບັນດາຂໍ້ລິເລີ່ມເພື່ອພັດທະນາພື້ນຖານເສດຖະກິດດີຈີຕອນລະດັບຊາດ

(VOVWORLD) -ບັນດາຜູ້ແທນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ດຶງດູດແຫຼ່ງຊັບພະຍາກອນມະນຸດເພື່ອຫັນເປັນດີຈີຕອນ, ກຳລັງໜູນຊຸກຍູ້ພື້ນຖານເສດຖະກິດດີຈີຕອນ
ປັນຍາຊົນໜຸ່ມສະເໜີບັນດາຂໍ້ລິເລີ່ມເພື່ອພັດທະນາພື້ນຖານເສດຖະກິດດີຈີຕອນລະດັບຊາດ - ảnh 1(ພາບປະກອບ: tuyengiao.vn)

ໃນຂອບເຂດເວທີປາໄວປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 4, ຕອນບ່າຍວັນທີ 25 ພະຈິກ, ບັນດາປັນຍາຊົນໜຸ່ມໄດ້ປຶກສາຫາລືມາດຕະການແກ້ໄຂ ຊຸກຍູ້ການຫັນເປັນດີຈີຕອນໃນການຜະລິດ ແລະ ດຳເນີນທຸລະກິດ, ຊຸກຍູ້ການຫັນການຄຸ້ມຄອງ ແລະ ປ່ຽນແປງໃໝ່ປະດິດຄິດສ້າງເປັນດີຈີຕອນ.

        ບັນດາຜູ້ແທນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ດຶງດູດແຫຼ່ງຊັບພະຍາກອນມະນຸດເພື່ອຫັນເປັນດີຈີຕອນ, ກຳລັງໜູນຊຸກຍູ້ພື້ນຖານເສດຖະກິດດີຈີຕອນ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ຜ່ານເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງລະດັບຊາດ. ທ່ານປະລິນຍາໂທ ຫງວຽນງອກຢຸງ, ສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ, ໃຫ້ຮູ້ວ່າ:

        “ປັດໄຈຊ່ວຍໃຫ້ພວກເຮົາຫັນເປັນດີຈີຕອນຢ່າງວ່ອງໄວ, ມີບໍລິສັດເຕັກໂນໂລຊີດີຈີຕອນໄວທີ່ສຸດ. ບັນດາມາດຕະການແກ້ໄຂນັ້ນແມ່ນ ຖ້າຂາດແມ່ນພວກເຮົາບຳລຸງສ້າງ, ຈັດການເສັງໃຫ້ພວກນ້ອງເຂົ້າຮ່ວມຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ຫຼາຍກວ່າອີກ. ພ້ອມກັນນັ້ນກໍ່ມີບັນດານະໂຍບາຍພິເສດເພື່ອດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເຮັດເຕັກໂນໂລຊີຂໍ້ມູນຂ່າວສານມາເຮັດວຽກ, ຈາກຕ່າງປະເທດມາເຮັດວຽກ.”

ຕອບກັບ

ຂ່າວ/ບົດ​ອື່ນ