ປັນ​ຍາ​ປະ​ດິດ: ກອງ​ປະ​ຊຸມ​ສຸດຍອດ ເຊີ​ອູນ ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ

(VOVWORLD) -  ວັນທີ 21 ພຶດສະພາ, ກອງປະຊຸມສຸດຍອດທົ່ວໂລກກ່ຽວກັບປັນຍາປະດິດ (AI), ໂດຍ ສ.ເກົາຫຼີ ແລະ ອັງກິດເປັນເຈົ້າພາບຈັດຂຶ້ນຕາມຮູບແບບທາງໄກ ແລະ ເຊິ່ງໜ້າຢູ່ ເຊີອູນ (ສ.ເກົາຫຼີ). 
ປັນ​ຍາ​ປະ​ດິດ: ກອງ​ປະ​ຊຸມ​ສຸດຍອດ ເຊີ​ອູນ ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ - ảnh 1ທ່ານປະທານ Yoon Suk Yeol ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ AI Seoul,  ໃນວັນທີ  21/5 (ພາບ: Yonhap)

ໃນກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການຊຸກຍູ້ AI ທີ່ປອດໄພ, ປະດິດຄິດສ້າງ ແລະ ຮອບດ້ານ ເພື່ອແກ້ໄຂບັນດາສິ່ງທ້າທາຍ ແລະ ໂອກາດກ່ຽວຂ້ອງເຖິງເຕັກໂນໂລຢີ ພວມພັດທະນາຢ່າງວ່ອງໄວນີ້.

ໂດຍເອີ້ນວ່າ “ຖະແຫຼງການ ເຊີອູນ”, ເອກະສານສະບັບນີ້ໄດ້ຖືກຮັບຮອງເອົາໃນວາລະປະຊຸມທາງໄກຂອງການນຳບັນດາປະເທດໃນກອງປະຊຸມສຸດຍອດ AI ເຊີອູນ, ໂດຍທ່ານປະທານາທິບໍດີ ສ.ເກົາຫຼີ  Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ເປັນປະທານຮ່ວມ.

ຖະແຫຼງການໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ລັກສະນະປອດໄພ, ປ່ຽນໃໝ່ ແລະ ຮອບດ້ານຂອງ AI ແມ່ນບັນດາປັດໄຈກ່ຽວພັນກັນ ແລະ ການຖືບັນດາປັດໄຈນີ້ແມ່ນບຸລິມະສິດໃນການປຶກສາຫາລືສາກົນກ່ຽວກັບການບໍລິຫານ AI ນັ້ນ ແມ່ນມີຄວາມສຳຄັນທີ່ສຸດ. ຖະແຫຼງການສະບັບດັ່ງກ່າວກໍເນັ້ນໜັກເຖິງຄວາມສຳຄັນຂອງຄວາມສາມາດກະທົບຕອບລະຫວ່າງຂອບເຂດການບໍລິຫານ AI ຕາມວິທີສຳຜັດອີງໃສ່ຄວາມສ່ຽງ, ເພື່ອນຳມາເຊິ່ງຜົນປະໂຫຍດໃນລະດັບສູງສຸດ ແລະ ແກ້ໄຂຄວາມສ່ຽງຈາກ AI.

ຕອບກັບ

ຂ່າວ/ບົດ​ອື່ນ