ປັນຍາປະດິດຈະແມ່ນບາດກ້າວບຸກທະລຸໃນການປະຕິວັດອຸດສາຫະກຳ 4.0

(VOVWORLD) -ວັນທີ 06 ມິຖຸນາ, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນ FPT ໄດ້ຈັດວັນເຕັກໂນໂລຊີ FPT 2017 (FPT 2017), ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງຜູ້ສ້າງຊອບແວ, ນາຍຊ່າງເຕັກໂນໂລຊີຂໍ້ມູນຂ່າວສານ, ນັກຊ່ຽວຊານເຕັກໂນໂລຊີ ຈາກບັນດາກຸ່ມບໍລິສັດເຕັກໂນໂລຊີອັນດັບໜຶ່ງຂອງໂລກ ແລະ ຫວຽດນາມ ພ້ອມກັນປຶກສາຫາລືກ່ຽວກັບຫົວຂໍ້ “ປັນຍາປະດິດໃຫ້ແກ່ທຸກໆຄົນ”.

ປັນຍາປະດິດຈະແມ່ນບາດກ້າວບຸກທະລຸໃນການປະຕິວັດອຸດສາຫະກຳ 4.0 - ảnh 1 ວັນເຕັກໂນໂລຊີ FPT 2017

(ພາບ: TTXVN)

ນີ້ແມ່ນເວທີປາໄສໜູນຊ່ວຍປະຊາຄົມເຕັກໂນໂລຊີຢູ່ຫວຽດນາມ ອັບເດດ ແລະ ກຳແໜ້ນທ່າອ່ຽງເຕັກໂນໂລຊີປັນຍາປະດິດໃໝ່ສຸດໃນໂລກ. ທ່ານຮອງລັດຖະມົນຕີກະຊວງຂໍ້ມູນຂ່າວສານ ແລະ ສື່ສານ ຫງວຽນແທ່ງຮືງ ໃຫ້ຮູ້ວ່າ: ການປະຕິວັດອຸດສາຫະກຳ 4.0 ບໍ່ພຽງແຕ່ແມ່ນການພັດທະນາເຕັກໂນໂລຊີສະເພາະໃນຂົງເຂດຂໍ້ມູນຂ່າວສານ ແລະ ສື່ສານເທົ່ານັ້ນ, ຫາກນີ້ຈະແມ່ນບາດກ້າວຂອງບັນດາມາດຕະການແກ້ໄຂບຸກທະລຸກ່ຽວກັບດ້ານເຕັກໂນໂລຊີໃນຫຼາຍຂົງເຂດຄື: ເຕັກໂນໂລຊີ ຊີວະສາດ, ເຕັກໂນໂລຊີ nano, ພະລັງງານຜະລິດຄືນໃໝ່… ແລະ ພິເສດແມ່ນປັນຍາປະດິດ.

ຕອບກັບ

ຂ່າວ/ບົດ​ອື່ນ