ປັບ​ປຸງ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ຣົບ

(VOVWORLD) -ຕອນບ່າຍວັນທີ 13 ເມສາ, ທ່ານ ໂດ໊ຮຸ່ງຫວຽດ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮອງຫົວໜ້າກົມໃຫຍ່ ອາຊີ - ປາຊີຟິກ, ອົງການພົວພັນຕ່າງປະເທດ ເອີຣົບ (EEAS) ໄດ້ເປັນປະທານຮ່ວມວາລະປະຊຸມເທື່ອທີ 2 ອະນຸກຳມະການບັນຫາການເມືອງໃນຂອບເຂດ ຄະນະກໍາມະການປະສົມກ່ຽວກັບການຜັນຂະຫຍາຍສົນທິສັນຍາແມ່ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ສະຫະພາບເອີຣົບ (PCA) ຕາມຮູບການທາງໄກ.
ປັບ​ປຸງ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ຣົບ - ảnh 1ທ່ານ ໂດ໊ຮຸ່ງຫວຽດ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫວຽດນາມ ເປັນປະທານວາລະປະຊຸມ (ພາບ: ກະຊວງການຕ່າງປະເທດ)

ສອງຝ່າຍໄດ້ຕີລາຄາວ່າ ການພົວພັນລະຫວ່າງ ຫວຽດນາມ - ອີຢູ ໃນໄລຍະຜ່ານມາ ມີການພັດທະນາຢ່າງຕັ້ງໜ້າ ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ເຊິ່ງໄດ້ສະແດງອອກຜ່ານການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຄັ້ງຕ່າງໆ, ການເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ການຮ່ວມມືປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ ດ້ວຍເລື່ອງ ຄະນະກຳມະການເອີຣົບ (EC) ແລະ ລັດຖະບານບັນດາປະເທດສະມາຊິກ ອີຢູ ໄດ້ໜູນຊ່ວຍວັກຊິນກັນພະຍາດໂຄວິດ - 19 ພ້ອມດ້ວຍວັດຖຸອຸປະກອນການແພດຫຼາຍຢ່າງໃຫ້ແກ່ ຫວຽດນາມ ຢ່າງທັນການ. ສອງຝ່າຍເຫັນດີສືບຕໍ່ປັບປຸງ ແລະ ເປີດກວ້າງການຮ່ວມມືໃນບັນດາຂົງເຂດບຸລິມະສິດຄື ການຄ້າ - ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ປ່ຽນແປງໃໝ່ປະດິດຄິດສ້າງ, ກະສິກຳ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ...

    ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການຮ່ວມມືໃນເວທີປາໄສຫຼາຍຝ່າຍ ກໍຄືແບ່ງປັນຂໍ້ມູນ, ທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ