ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ 2013, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ

(VOVWORLD) -   “ຕ້ອງປັບປຸງກົດໝາຍວ່າດ້ວຍທີ່ດິນສະບັບປີ 2013 ໂດຍໄວ ເພື່ອຕອບສະໜອງຄວາມຕ້ອງການພັດທະນາຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ”. 
ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ 2013, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ - ảnh 1ກອງປະຊຸມສຳມະນາວິທະຍາສາດແຫ່ງຊາດດ້ວຍຫົວຂໍ້ “ສືບຕໍ່ປ່ຽນແປງໃໝ່ນະໂຍບາຍກ່ຽວກັບທີ່ດິນຕາມເນື້ອໃນຈິດໃຈຂອງມະຕິ XIII ຂອງພັກ” 

“ຕ້ອງປັບປຸງກົດໝາຍວ່າດ້ວຍທີ່ດິນສະບັບປີ 2013 ໂດຍໄວ ເພື່ອຕອບສະໜອງຄວາມຕ້ອງການພັດທະນາຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ”. ນີ້ແມ່ນຄຳເຫັນທີ່ໄດ້ຍົກອອກມາໃນກອງປະຊຸມສຳມະນາວິທະຍາສາດແຫ່ງຊາດດ້ວຍຫົວຂໍ້ “ສືບຕໍ່ປ່ຽນແປງໃໝ່ນະໂຍບາຍກ່ຽວກັບທີ່ດິນຕາມເນື້ອໃນຈິດໃຈຂອງມະຕິ XIII ຂອງພັກ” ໂດຍສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 15 ມີນາ ຢູ່ ໂຮ່າໂນ້ຍ.

ທ່ານຫງວຽນຮົ່ງເຊີນ, ຮອງຫົວໜ້າຄະນະເສດຖະກິດສູນກາງ ຖືວ່າ:

        “ຕ້ອງມີການຫັນເປັນລະບອບລະບຽບການທີ່ລະອຽດກວ່າ, ຮັບປະກັນຄວາມກົມກຽວຜົນປະໂຫຍດຂອງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ແກ້ໄຂຂໍ້ຈຳກັດ, ຊ່ຳຊ້ອນກັນ, ບໍ່ເປັນເອກະພາບລະຫວ່າງກົດໝາຍວ່າດ້ວຍທີ່ດິນ 2013 ກັບກົດໝາຍສະບັບອື່ນ. ມຸ່ງໄປເຖິງການສ້າງປະມວນກົດໝາຍກ່ຽວກັບທີ່ດິນ ຫຼືວ່າຖືກົດໝາຍວ່າດ້ວຍທີ່ດິນແມ່ນກົດໝາຍພື້ນຖານດັດປັບສາຍພົວພັນ, ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ”.

        ທີ່ກອງປະຊຸມສຳມະນາ, ບັນດາສະມາຊິກສະພາແຫ່ງຊາດກໍໄດ້ປະກອບຄຳເຫັນແນໃສ່ຊອກຫາມາດຕະການສ້າງກອບນິຕິກຳກ່ຽວກັບທີ່ດິນໃຫ້ສົມບູນແບບ, ຂຸດຄົ້ນຊັບພະຍາກອນທຳມະຊາດທີ່ດິນ ເປັນຢ່າງດີເພື່ອຮັບໃຊ້ພາລະກິດພັດທະນາປະເທດຊາດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ