ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມແລະສະຫະພັນລັດເຊຍ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 22 – 23 ມີນາ.

ຕອນເຊົ້າວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຕາມພິທີການທູດ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ຊາດ, ສະຫງວນບຸລິມະສິດຢ່າງສູງໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ.

        ຕອນບ່າຍວັນທີ 23 ມີນາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຕາມພິທີການທູດ. ທ່ານປະທານປະເທດ ປາດຖະໜາວ່າ 2 ຝ່າຍສືບຕໍ່ຮັກສາການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ ບົນຈິດໃຈຄູ່ຮ່ວມມືຍຸດທະສາດທີ່ໄວ້ເນື້ອເຊື່ອໃຈ; ປາດຖະໜາວ່າ ຝ່າຍລັດເຊຍ ສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ໄດ້ພັກພາອາໄສ ແລະ ອອກແຮງງານ…

ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມແລະສະຫະພັນລັດເຊຍ - ảnh 1 (ທີ່ການເຈລະຈາ)

ແລະກໍ່ໃນວັນດຽວກັນ, ທີ່ການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຮັກສາ ແລະ ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື, ເຈລະຈາ ແລະ ທາບທາມຄຳເຫັນທີ່ມີຢູ່ແລ້ວ, ຊຸກຍູ້ການເຈລະຈາ, ລົງນາມໃນບັນດາຂໍ້ຕົກລົງຮ່ວມມືໃໝ່… ນອກນັ້ນ, 2 ຝ່າຍກໍ່ເຫັນດີຈະສົມທົບກັນຈັດປີຫວຽດນາມ ຢູ່ລັດເຊຍ ແລະ ປີລັດເຊຍ ຢູ່ຫວຽດນາມ ໃນປີ 2019 ໃຫ້ປະສົບຜົນສຳເລັດ; ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະປີ 1982…

        ກ່າວຄຳເຫັນກັບວົງການນັກຂ່າວພາຍຫຼັງການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ໃຫ້ຮູ້ວ່າ.

        “ກ່ຽວກັບການພົວພັນດ້ານການເມືອງ, ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ, ຜ່ານການແລກປ່ຽນເປັນປະຈຳ, ການສົມທົບກັນຢ່າງແໜ້ນແຟ້ນແມ່ນພື້ນຖານຢ່າງໝັ້ນຄົງໃຫ້ແກ່ການພັດທະນາແບບຍືນຍົງ, ຂະຫຍັນຂັນເຄື່ອນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ. ກ່ຽວກັບດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍໄດ້ຜັນຂະຫຍາຍສັນຍາການຄ້າເສລີຫວຽດນາມ - ພັນທະມິດເສດຖະກິດອາຊີ - ເອີລົບ. ພວກຂ້າພະເຈົ້າສູ້ສົນນຳວົງເງິນການຄ້າໃຫ້ຂຶ້ນເຖິງລະດັບ 10 ຕື້ USD ໃນປີ 2020. ພວກຂ້າພະເຈົ້າມີຄວາມເພິ່ງພໍໃຈກັບການຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ, ພິເສດແມ່ນການປ້ອງກັນຊາດ, ຮັບປະກັນຄວາມໝັ້ນຄົງດ້ານວິທະຍາສາດເຕັກໂນໂລຊີ, ວັດທະນະທຳ, ວິທະຍາສາດ”.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ຖືວ່າ.

        “ພວກຂ້າພະເຈົ້າໄດ້ເຫັນດີນຳກັນວ່າ ທັງລັດເຊຍ ແລະ ຫວຽດນາມ ບໍ່ພຽງແຕ່ເປີດກວ້າງການຮ່ວມມື ແລະ ເອົາໃຈໃສ່ເຖິງຂົງເຂດການຄ້າເທົ່ານັ້ນ, ຫາກນັບທັງໃນຂົງເຂດລົງທຶນອີກດ້ວຍ. ພວກຂ້າພະເຈົ້າກໍ່ບັນລຸໄດ້ຂໍ້ຕົກລົງລະຫວ່າງ 2 ປະເທດ ຈະຊ່ວຍເປີດກວ້າງການຕິດຕໍ່ໂດຍກົງລະຫວ່າງບັນດາວິສາຫະກິດຂອງ 2 ປະເທດ. ພວກຂ້າພະເຈົ້າກໍ່ພ້ອມກັນປຶກສາຫາລືໃນຂົງເຂດພະລັງງານ, ໃນການຮ່ວມມືນຳໃຊ້ພະລັງງານເພື່ອຄາດໝາຍສັນຕິພາບ… ຕາມພວກຂ້າພະເຈົ້າແລ້ວ, ການຢ້ຽມຢາມຫວຽດນາມ ຄັ້ງນີ້ໄດ້ປະກອບສ່ວນເຂົ້າໃນການຮ່ວມມືຍຸດທະສາດລະຫວ່າງ 2 ປະເທດຫຼາຍພໍສົມຄວນ”.

        ສິ້ນສຸດການເຈລະຈາ, 2 ຝ່າຍໄດ້ລົງນາມໃນແຜນການຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລັດເຊຍ ໄລຍະ 2019 – 2020, ປະກອບສ່ວນຕັ້ງໜ້າເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ