ປັບປຸງການພົວພັນມິດຕະພາບແລະການຮ່ວມມືກັບປະຊາຊົນບັນດາປະເທດ

(VOVWORLD) -ວັນທີ 4 ມັງກອນ, ຄະນະພົວພັນຕ່າງປະເທດສູນກາງ ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານການພົວພັນຕ່າງປະເທດ ປະຊາຊົນ ປີ 2017 ແລະ ຜັນຂະຫຍາຍຫນ້າທີ່ປີ 2018.

ປັບປຸງການພົວພັນມິດຕະພາບແລະການຮ່ວມມືກັບປະຊາຊົນບັນດາປະເທດ - ảnh 1 ທ່ານ ເຈີນກວັກເວື້ອງ, ສະມາຊິກປະຈຳ ຄະນະເລຂາ

ພາບ: Vietnam+

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ເຈີນກວັກເວື້ອງ, ສະມາຊິກປະຈຳ ຄະນະເລຂາ ສະເຫນີ: ຄະນະພົວພັນຕ່າງປະເທດສູນກາງ ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ຍົກສູງກຳລັງຄວາມສາມາດຂອງຖັນແຖວພະນັກງານເຮັດວຽກງານການພົວພັນຕ່າງປະເທດປະຊາຊົນ, ປັບປຸງລົງເລິກການພົວພັນມິດຕະພາບ ແລະ ການຮ່ວມມືກັບປະຊາຊົນບັນດາປະເທດ ຜ່ານບັນດາການເຄື່ອນໄຫວການຕ່າງປະເທດສອງຝ່າຍ ແລະ ຫລາຍຝ່າຍ ເພື່ອແນໃສ່ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ, ຕັ້ງຫນ້າເຂົ້າຮ່ວມການຕໍ່ສູ້ປົກປັກປັກຮັກສາຜົນປະໂຫຍດແຫ່ງຊາດ. ຄຽງຄູ່ກັນນັ້ນ ເອົາໃຈໃສ່ເຖິງວຽກງານຖະແຫລງຂ່າວ, ໂຄສະນາການພົວພັນຕ່າງປະເທດ, ວຽກງານ ຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ