ປັບ​ປຸງ​ການ​ເຄື່ອ​ນ​ໄຫ​ວ​ໂຄ​ສະ​ນາ​ໃນ​ບັນ​ດາພື້ນ​ຖານ​ຂ້າມ​ຊາຍ​ແດນ

(VOVWORLD) -ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ ຫວຽດນາມຕ້ອງເປັນແບບຢ່າງທີ່ດີໃນການປະຕິບັດ ກົດໝາຍ ຫວຽດນາມ ເພື່ອ ພັດທະນາ, ພ້ອມທັງຮຽກຮ້ອງໃຫ້ບັນດານັກສະໜອງການບໍລິການຂ້າມຊາດປະຕິບັດຕາມກົດໝາຍ ຫວຽດນາມ. 
ປັບ​ປຸງ​ການ​ເຄື່ອ​ນ​ໄຫ​ວ​ໂຄ​ສະ​ນາ​ໃນ​ບັນ​ດາພື້ນ​ຖານ​ຂ້າມ​ຊາຍ​ແດນ - ảnh 1 ພາບປະກອບ (ພາບ: AFP/ TTXVN)

ຕອນບ່າຍວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ມີການເຮັດວຽກກັບບາງກະຊວງ, ຂະແໜງການ ແລະ ວິສາຫະກິດກ່ຽວກັບການ ປັບປຸງການເຄື່ອນໄຫວໂຄສະນາຜ່ານສື່ສັງຄົມອອນລາຍ, ເພື່ອແນໃສ່ຮຽກຮ້ອງໃຫ້ບັນດາວິສາຫະກິດ, ບັນດາສາຂາຈຳໜ່າຍໂຄສະນາ ແລະ ຜູ້ຊົມໃຊ້ສື່ສັງຄົມອອນລາຍຮ່ວມແຮງຮ່ວມໃຈກັນປ້ອງກັນຄວາມປອດໄພໃຫ້ແກ່ບັນດາເຄື່ອງໝາຍການຄ້າ, ສ້າງສະພາບແວດລ້ອມທາງດ້ານອີນເຕີແນັດທີ່ ປອດໃສ, ປອດໄພຢູ່ ຫວຽດນາມ.

ກ່າວຄຳເຫັນທີ່ນີ້, ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ ຫວຽດນາມຕ້ອງເປັນແບບຢ່າງທີ່ດີໃນການປະຕິບັດ ກົດໝາຍ ຫວຽດນາມ ເພື່ອ ພັດທະນາ, ພ້ອມທັງຮຽກຮ້ອງໃຫ້ບັນດານັກສະໜອງການບໍລິການຂ້າມຊາດປະຕິບັດຕາມກົດໝາຍ ຫວຽດນາມ. ທ່ານກ່າວວ່າ:

        “ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຕ້ອງພ້ອມກັນປັບປຸງລະບົບກົດໝາຍທາງອີນເຕີແນັດໃຫ້ສົມບູນແບບ, ລວມມີ: ການປົກປັກຮັກສາອະທິປະໄຕຂອງ ຫວຽດນາມ ທາງອິນເຕີແນັດ. ບັນດາບໍລິສັດເຕັກໂນໂລຢີ ຫວຽດນາມຕ້ອງຜະລິດ ບັນດາເຄື່ອງມືຕິດຕາມກວດກາທາງອິນເຕີແນັດ, ນີ້ກໍ່ແມ່ນເຄື່ອງມືເພື່ອປົກປັກຮັກສາປະເທດຊາດ”

ຕອບກັບ

ຂ່າວ/ບົດ​ອື່ນ