ປັບປຸງຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ

ປັບປຸງຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ - ảnh 1
(ພາບປະກອບ)

(vovworld) - ທ່ານ​ນາຍົກລັດຖະມົນຕີຫາກໍ່​ເຊັນ​ຂໍ້​ຕົກລົງ​ກ່ຽວ​ກັບ​ການປັບປຸງຄະນະ​ຊີ້​ນຳ​ການປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຂອງ​ລັດຖະບານ​. ຕາມ​ນັ້ນ​ແລ້ວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເປັນ​ຫົວໜ້າ​ຄະ​ນະ​ຊີ້​ນຳ. ຄະນະ​ຊີ້​ນຳ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຂອງ​ລັດຖະບານ​ແມ່ນອົງການ​ຈັດ​ຕັ້ງ​ສົມທົບ​ລະ​ຫວ່າງ​ຂະ​ແໜງ, ມີ​ບົດບາດໜ້າ​ທີ່ຊ່ວຍ​ນາຍົກລັດຖະມົນຕີຄົ້ນຄວ້າ, ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຜັນ​ຂະຫຍາຍ​ການ​ປະຕິບັດ​ວຽກ​ງານ​ປະຕິ​ຮູບ​ບໍລິຫານ​ຕາມ​​ໂຄງ​ການ, ​ແຜນການ​ປະຕິ​ຮູບ​ບໍລິຫານ​ຂອງ​ລັດຖະບານ. ໜ້າ​ທີ່​ຂອງ​ຄະນະ​ຊີ້​ນຳ​ແມ່ນ​ຄົ້ນ​ຄວ້າ, ສະ​ເໜີ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ ​ແລະ ມາດ​ຕະການ​ແກ້​ໄຂ​ສຳຄັນ​​ເພື່ອ​ຍູ້​ແຮງ​ວຽກ​ງານ​ປະຕິ​ຮູບ​ດ້ານບໍລິຫານ​ຂອງ​ລັດຖະບານ; ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ໂຄງການ, ​ແຜນການປະຕິ​ຮູບ​ດ້ານບໍລິຫານ​ໄລຍະ​ຍາວ ​ແລະ ​ໃນ​ແຕ່ລະ​ປີ ​ໂດຍ​ກະຊວງ​ພາຍ​ໃນ​ສະ​ເໜີ​ຕໍ່​ລັດຖະບານ. ຄະນະ​ຊີ້​ນຳ​ຊ່ວຍ​ນາຍົກລັດຖະມົນຕີຊີ້ນຳ, ສົມທົບ​​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ່ອງ​ຖິ່ນ ​ໃນ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ປະຕິ​ຮູບ​ດ້ານບໍລິຫານ; ພິຈາລະນາ​ເນື້ອ​ໃນ​ບັນດາ​ແຜນ​ຮ່າງ, ​ໂຄງການ​ສຳຄັນ​ກ່ຽວ​ກັບ​ການ​ປະຕິ​ຮູບດ້ານ​ບໍລິຫານ​ຂອງ​ລັດຖະບານ, ບັນດາ​ຮ່າງ​ມະຕິ, ດຳລັດ​ຂອງ​ລັດຖະບານ, ຂໍ້​ຕົກລົງ ​ແລະ ບັນດາ​​ເອກະສານ​ຊີ້​ນຳ​ຂອງ​ນາຍົກລັດ​ຖະມົນຕີ​ທີ່ມີ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ການ​ປະຕິ​ຮູບ​ດ້ານ​ບໍລິ​ຫານ​ເປັນ​ຕົ້ນ​ຕໍ ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ, ນາຍົກລັດ​ຖະມົນ ຕີ​ພິຈາລະນາ ​ແລະ ຕົກລົງ.

ຂ່າວ/ບົດ​ອື່ນ