ປັບປຸງລັດຖະທຳມະນູນ ແລະ ຄວາມສຸດຈິດສຸດໃຈຂອງຊາວຫວຽດນາມອາໄສຢູ່ ອາເມລິກາ

 

ປັບປຸງລັດຖະທຳມະນູນ ແລະ ຄວາມສຸດຈິດສຸດໃຈຂອງຊາວຫວຽດນາມອາໄສຢູ່  ອາເມລິກາ - ảnh 1
ລັດຖະທຳມະນູນ ຫວຽດນາມ
ປີ 1992


(vovworld) - ຮ່າງ​ລັດຖະທຳ​ມະນູນ ສະບັບ​ປັບປຸງ ພວມ​ໄດ້​ຮັບ​ຄຳ​ຄິດ​ຄຳ​ເຫັນ​ຈາກປະຊາຊົນ​ທຸກ​ຊັ້ນ​ວັນນະ​ທັງຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ເມື່ອ​ແລກປ່ຽນ​ກັບ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ຫລາຍ​ຄົນ​ໄດ້​ຍົກ​ຂໍ້​ສະ​ເຫ​ນີຢ່າງ​ສຸດ​ຈິດ​ສຸດ​ໃຈ ດ້ວຍ​ຄວາ​ມປາດ​ຖະຫນາ​ຢາກ​ປະກອບສ່ວນ​ສ້າງ​ລັດ​ແຫ່ງ​ອຳນາດ​ຕິ​ຕິ​ບັນຍັດ, ສອດ​ຄອ່ງກັບ​ວິວັດທະນາ​ການ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ ຂອງ​ຫວຽດນາມ. ທະນາຍຄວາມ ດິງຫວຽດຕື, ຊາວ ຫວຽດນາມ ອາ​ໄສ​ຢູ່​ລັດ Califonia ຍົກ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ ລັດຖະທຳ​ມະນູນ ຕ້ອງ​ມີ​ຄວາມ​ດຸນ​ດຽງ​ລະຫວ່າງ​ສິດ​ອຳ​ນາດ​ຂອງ​ລັດ ​ແລະ ສິດ​ຂອງ​ປະຊາຊົນ. ສິດ​ຂອງ​ປະຊາຊົນ​​ໄດ້​ສະ​ແດງ​ອອກຜ່ານ​ຫລາຍ​ກົນ​ໄກ​ທີ່​​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ, ຕົວຢ່າງ​ຄື: ​ເຄົາລົບ​ສິດ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ. ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊຶ່ນ​ເມື່ອ​ເຫັນ​ວ່າ ສະພາແຫ່ງ​ຊາດ ນັບ​ມື້​ນັບ​ສະ​ແດງ​ບົດບາດ​ອັນ​ຕັ້ງຫນ້າ​ຂອງ​ຕົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ເຄື່ອນ​ໄຫວ​ຕຸລາການ​ບໍ່​ທັນ​​ໄດ້​ຮັບ​ການຕີ​ລາຄາ​ຢ່າງ​ເໝາະ​ສົມ. ຂ້າພະ​ເຈົ້າ​ຄິດ​ວ່າ ການ​ປັບ​ປຸງລັດຖະທຳ​ມະນູນຄັ້ງ​ນີ້​, ສະພາ​ແຫ່ງ​ຊາດ​ຄວນ​ຄົ້ນ​ຄ້ວາ​ຢ່າງ​ລະອຽດ​ເພື່ອ​ກຳ​ສະພາບ​ຕົວ​ຈິງ​​ໃຫ້ໄດ້. ລັດຖະທຳ​ມະນູນ​ຕ້ອງ​ມີ​ຄວາມ​ເປັນ​ໄປ, ​ເໝາະ​ສົມ​ກັບ​ປະຊາຊົນ, ບໍ່​ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ບັນດາ​ພົນລະ​ເມືອງ​ສວຍ​ໃຊ້​ສິດ​ເສ​ລິ​ປະຊາທິປະ​ໄຕ.”

        ສ່ວນທ່ານ ຟ້າ​ມ​ເທ​ຮ່ວາງ ​ຜູ້​ຊ່ຽວຊານ​ກອງ​ທຶນ​ເງິນຕາ​ສາກົນ (IMF) ຢູ່ ອາ​ເມ​ລິ​ກາ​ໄດ້​ສະ​ເຫ​ນີວ່າ: ຄະນະ​ຮຽບຮຽງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ຕ້ອງ​ອະທິ​ບາຍ​ບັນດາ​ເນື້ອ​ໃນ​ປັບປຸງ​ຢ່າງ​ລະອຽດ ​ແລະ ຕ້ອງ​ຍົກ​ໃຫ້​​ເຫັນ​​ສາຍ​ເຫດທີ່​ຈຳ​ເປັນ​ຕ້ອງ​​ປັບປຸງ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ​ບັນດາ​ຈຸດ​ໃຫມ່​ໃນ​ລັດຖະທຳ​ມະນູນ​ຢ່າງ​ຈະ​ແຈ້ງ​ກວ່າ.

         

 

ຂ່າວ/ບົດ​ອື່ນ