ປີ​ປະ​ທານ ອາ​ຊຽນ 2020: ອາຊຽນ +3 ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມືຫຼາຍຢ່າງ

(VOVWORLD) - ວັນທີ 27 ກຸມພາຢູ່ສຳນັກງານເລຂາສະມາຄົມປະຊາຊາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ ໄດ້ດຳເນີນກອງປະຊຸມ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ (CPR) ແລະ ເອກອັກຄະລັດຖະທູດ 3 ປະເທດຄູ່ຮ່ວມມືໃນຂອບເຂດອາຊຽນ + 3 (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 12.
ປີ​ປະ​ທານ ອາ​ຊຽນ 2020: ອາຊຽນ +3 ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມືຫຼາຍຢ່າງ - ảnh 1ບັນດາຜູ້ຕາງໜ້າປະຈຳອາຊຽນ ແລະ  ຜູ້ຕາງໜ້າ3 ປະເທດ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ (ພາບ: TTXVN)

ນີ້ແມ່ນກອງປະຊຸມຄັ້ງທຳອິດໃນປີປະທານອາຊຽນ 2020 ຂອງ ຫວຽດນາມ ດ້ວຍເປົ້າໝາຍສຳຫຼວດກວດ ຄືນບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດ ອາຊຽນ +3. ທ່ານເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ, ເປັນປະທານຮ່ວມກອງປະຊຸມ ກັບທ່ານ Lim Sungnam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ອາຊຽນ - ໂດຍແມ່ນຜູ້ຕາງໜ້າໃຫ້ແກ່  3 ປະເທດ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ.

ທີ່ກອງປະຊຸມ, ບັນດາປະເທດໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືອາຊຽນ + 3 ສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ຢູ່ພາກພື້ນ ອາຊີຕາເວັນອອກ. ບັນດາປະເທດ ຄື ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາບຸລິມະສິດແຫຼ່ງກຳລັງສະໜັບສະໜູນອາຊຽນສ້າງປະຊາຄົມ, ຮັດແຄບໄລຍະຫ່າງການພັດທະນາຜ່ານການຜັນຂະຫຍາຍຂໍ້ລິເລີ່ມເຊື່ອມໂຍງອາຊຽນ ແລະ ແຜນການສັງລວມກ່ຽວກັບການເຊື່ອມຕໍ່ອາຊຽນ 2025, ຊຸກຍູ້ການລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ສຳເລັດໂດຍໄວ, ພັດທະນາບັນດາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME), ເພີ່ມທະວີການຮ່ວມມືດ້ານການເງິນ, ພັດທະນາ ແບບຍືນຍົງ, ຍູ້ແຮງການຮ່ວມມືດ້ານການສຶກສາ, ສາທາລະນະສຸກວົງຄະນະຍາດ, ການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂບັນຫາຂີ້ເຫຍື້ອຢູ່ທະເລ, ຮ່ວມມືກັນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ