ປີປະ​ທານ ອາ​ຊ​ຽນ 2020: ອາ​ຊຽນ - ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈ​າກໄວ​ຣັດ COVID -19

(VOVWORLD) -ວັນທີ 20 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ທ່ານ ຟ້າມບີ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ທ່ານ ຫວັງອີ້ ກຳມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ພິເສດ ກ່ຽວກັບການຮັບມືກັບເຊື້ອພະຍາດ COVID – 19.
ປີປະ​ທານ ອາ​ຊ​ຽນ 2020: ອາ​ຊຽນ - ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈ​າກໄວ​ຣັດ COVID -19 - ảnh 1

ລັດຖະມົນຕີການຕ່າງປະເທດ 10 ປະເທດ ອາຊຽນ, ເລຂາທິການໃຫຍ່ ອາຊຽນ ແລະ ລັດຖະມົນຕີການຕ່າງປະເທດຈີນ(ພາບ:TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານໃນບົດບາດເປັນປະທານອາຊຽນ ຟ້າມບີ່ງມິງ ໄດ້ແບ່ງປັນກ່ຽວກັບບັນດາຄວາມມານະພະຍາຍາມຢ່າງຮີບດ່ວນ, ຄົບຊຸດ ແລະ ທັນການຂອງ ອາຊຽນກໍ່ຄືການຮ່ວມມືກັບບັນດາຄູ່ຮ່ວມມືເພື່ອແນໃສ່ ສະກັດກັ້ນ, ຄວບຄຸມ ໂລກລະບາດດັ່ງກ່າວ. ທ່ານຮອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງການຄວບຄຸມເຊື້ອພະຍາດ COVID – 19 ຂອງ ຫວຽດນາມ ແລະ ບັນດາການເຄື່ອນໄຫວຮ່ວມມືຢ່າງຕັ້ງໜ້າຂອງ ຫວຽດນາມກັບຈີນໃນໄລຍະທີ່ຜ່ານມາ. ພ້ອມທັງຢັ້ງຢືນວ່າ ຫວຽດນາມຈະສືບຕໍ່ຍູ້ແຮງຄວາມມານະພະຍາຍາມຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນໃນອາຊຽນ, ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ພິເສດແມ່ນ ຈີນ, ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຢ່າງແຮງ, ການກະທຳຢ່າງທັນການຂອງ ລັດຖະບານ ແລະ ປະຊາຊົນ, ໂລກລະບາດ COVID – 19 ຈະຖືກຍູ້ຖອຍ ແລະ ບັນດາການເຄື່ອນໄຫວໃນການຮ່ວມມືດ້ານເສດຖະກິດ, ແລກປ່ຽນການຄ້າ - ການລົງທຶນ, ພົວພັນແລກປ່ຽນປະຊາຊົນ ຈະກັບຄືນສູ່ສະພາບປົກກະຕິໂດຍໄວ.

        ສິ້ນສຸດກອງປະຊຸມ, ບັນດາທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ - ຈີນ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ພິເສດ ກ່ຽວກັບການຮັບມືກັບໂລກລະບາດ COVID – 19.

ຕອບກັບ

ຂ່າວ/ບົດ​ອື່ນ