ປ້ອງກັນຕ້ານການສໍ້ລາດບັງຫຼວງ,ການຟຸ້ມເຟືອຍແມ່ນໜ້າທີ່ສຳຄັນ,ເປັນປະຈຳ

ປ້ອງກັນຕ້ານການສໍ້ລາດບັງຫຼວງ,ການຟຸ້ມເຟືອຍແມ່ນໜ້າທີ່ສຳຄັນ,ເປັນປະຈຳ - ảnh 1
(ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່ວາ​ບິ່ງ
ກ່າວ​ຄວາມ​ເຫັນຊີ້​ນຳ​ກ​ອງ​ປ​ະຊຸມ)


(vovworld)- ຕອນ​ເຊົ້າ​ ວັນ​ທີ 7/11, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ດຳ​ເນີນ ​ກອງ​ປະ​ຊຸມ​ຮັບ​ເອົາ​ຄຳ​ເຫັນ, ​ປະ​ກອບ​ຄຳ​ເຫັນ ໃສ່​ແຜນ​ຮ່າງ​ສະຫຼຸບ 10 ປີ ແຫ່ງການປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະ​ຊຸມ​ສູນ​ກາງ ​ຄັ້ງ​ທີ 3 ຊຸດ​ທີ 10 ກ່ຽວ​ກັບ “ການເພີ່ມ​ທະ​ວີ​ການ​​ຊີ້​ນຳ​ນຳ​ພາ​ຂອງ​ພັກ ສຳ​ລັບ​ວຽກ​ງານ​ປ້ອ​ງກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ​ການຟຸ້ມ​ເຟືອຍ”. ເຂົ້າ​ຮ່ວມກອງ​ປະ​ຊຸມ ມີ​ຜູ້​ແທນຈາກ 38 ແຂວງ, ນະ​ຄອນ​ເຂດ​ພາກ​ກາງ, ໄຕ​ຫງວຽນ ແລະ ພາກ​ໃຕ້. ກ່າວ​ຄວາມ​ເຫັນ ​ຊີ້​ນຳ​ກ​ອງ​ປ​ະຊຸມ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່ວາ​ບິ່ງ ​ຊີ້​ແຈ້ງ:

        ປ້ອ​ງ​ກັນຕ້ານ​ການ​ສໍ້​ລາດ​ບັງຫຼວງ, ການຟຸມ​ເຟືອຍ ແມ່ນ​ວຽກ​ງານ​ທີ່​ຫຍຸ້ງ​ຍາກ​, ສັບ​ສົນທີ່​ສຸດ, ແມ່ນ​ໜ້າ​ທີ່​ສຳ​ຄັນ​, ເປັນປະ​ຈຳ ທັງ​ຮີບ​ດ່ວນ, ທັງ​ຍາວ​ນານ ກ່ຽວ​ຂ້ອງ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ ຂອງ​ປະ​ເທດ​ຊາດ, ການຄົງ​ຕົວ​ຂອງ​ລະ​ບອບ. ຜ່ານ 10 ປີ ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ, ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ, ສະ​ແດງ​ອອກໃນ​ບັນ​ດາດ້ານສະ​ກັດ​ກັ້ນ, ພົບ​ເຫັນ ແລະ ແກ້​ໄຂ​ການ​ສໍ້​ລາດ​ບັງຫຼວງ, ປະ​ກອບ​ສ່ວນ​ສຳ​ຄັນ ​​ເຂົ້າໃນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ ​ດ້ານ​ການ​ເມືອງ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ