ປ່ອຍກ່ຳປັ່ນບໍລິການນ້ຳມັນອາຍແກັດທັນສະໄໝທີ່ສຸດຂອງຫວຽດນາມລົງທະເລສຳເລັດຜົນ

ປ່ອຍກ່ຳປັ່ນບໍລິການນ້ຳມັນອາຍແກັດທັນສະໄໝທີ່ສຸດຂອງຫວຽດນາມລົງທະເລສຳເລັດຜົນ - ảnh 1
(ກ່ຳ​ປັ່ນ​ບໍ​ລິ​ການ​ນຳ​້ມ​ັນ​ອາຍ​ແກັດ PSV 3300)

(vovworld) - ຕອນ​ຄ່ຳ​ວັນ​ທີ 10/05, ບໍ​ລິ​ສັດ​ຕໍ່​ກ່ຳ​ປັ່ນ ຮ້າ​ລອງ, ກວາງ​ນິງ ໄດ້​ຈັດ​ພິ​ທີ​ປ່ອຍກ່ຳ​ປັ່ນ​ບໍ​ລິ​ການ​ນຳ​້ມ​ັນ​ອາຍ​ແກັດ PSV 3300 ລົງ​​ທະ​ເລສຳ​ເລັດ​ຜົນ. ນີ້​ແມ່ນ​ກ່ຳ​ປັ່ນ​ລຳ​ທຳ​ອິດ​ທີ່​ໄດ້​ຕໍ່​ສຳ​ເລັດ​ຢູ່​ຫວຽດ​ນາມ. ກ່ຳ​ປັ່ນ PSV 3300 ແມ່ນ​ກ່ຳ​ປັ່ນ​​ຊະ​ນິດຮັບ​ໃຊ້​​ໃຫ້​ແກ່ຮ້ານ​ເຈາະ​ນ້ຳ​ມັນ​ອາຍ​ແກັດ​​ສະ​ເພາະຢູ່​ທະ​ເລ, ກ່ຳ​ປັ່ນ​ມີ​ນຳ​້ໜັກ 1500 ໂຕນ, ບັນ​ຈຸ​ໄດ້ 3500 ໂຕ​ນ. ກ່ຳ​ປັ່ນ​ໄດ້​ຮັບ​ການ​ຜະ​ລິດ​ຕາມ​ໃບ​ສັ່ງ​ຊື້, ອອກ​ແບບ ແລະ ຕິດ​ຕາມກວ​ດ​ກາໂດຍ​ບໍ​ລິ​ສັດ Damen ໂຮນ​ລັງ. ເລື່ອງ​ຕໍ່​ກ່ຳ​ປັ່ນ ແລະ ປ່ອຍ​ກ່ຳ​ປັ່ນ​ບໍ​ລິ​ການ​​ນ້ຳ​ມັນ​ອາຍ​ແກັດລ​ຳ​ທຳ​ອິດ​ຂອງຫວຽດ​ນາມ​ ​ລົງ​ທະ​ເລ​ສຳ​ເລັດ​ຜົນ​ແມ່ນ​ການ​ຮ່ວມ​ມື​ກັບ​ໂຮນ​ລັງ ​ທີ່​ພວມ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ທີ່​ຕັ້ງ​ຂອງ​ຂະ​ແໜງ​ຕໍ່​ກ່ຳ​ປັ່ນ​ຫວຽດ​ນາມ ໃນ​ແຜນ​ທີ່​ສາ​ກົນ.

ຂ່າວ/ບົດ​ອື່ນ