ປ່ອຍກຳປັ່ນລາດຕາເວັນ DN 2000 ຂອງຕຳຫຼວດທະເລຫວຽດນາມ ລົງທະເລ

ປ່ອຍກຳປັ່ນລາດຕາເວັນ DN 2000 ຂອງຕຳຫຼວດທະເລຫວຽດນາມ ລົງທະເລ - ảnh 1

ກຳ​ປັ່ນ​ລາດ​ຕາ​ເວັນ DN 2000

(ພາບ:baotintuc.vn)

(TTXVN)- ຕອນ​​ເຊົ້າວັນ​ທີ 23/10 ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ຫາຍ​ຟອງ, ​ໂຮງງານ Z189 (ກົມ​ໃຫ່ຍອຸດສາຫະກຳ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ) ​ໄດ້​ດຳ​ເນີນ​ການ​ປ່ອຍ​ກຳ​ປັ່ນ​ຕຳຫຼວດ​ທະ​ເລ​ຫວຽດນາມ DN 2000 ລົງ​ທະ​ເລ. ກຳ​ປັ່ນ DN 2000 ມີພາລະໜ້າ​ທີ່ລາດ​ຕາ​ເວັນ, ກວດກາ, ປະຕິບັດ​ກົດໝາຍ, ຕ້ານ​ອາດຊະຍາ​ກຳ​ບົນ​ທະ​ເລ ​ແລະ ຊອກ​ຫາ​ກູ້​ໄພ​ກູ້​ຊີບ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ບັນດາ​ເຂດນ່ານ​ທະ​ເລ​ຫວຽດນາມ. ກຳ​ປັ່ນ​ລຳດັ່ງກ່າວ​ໂດຍ​ບໍລິສັດ Damen ຂອງ​ໂຮ​ນລັງ ​ເປັນ​ຜູ້​ອອກ​ແບບ ​ແລະ ຖ່າຍ​ຖອດເຕັກ​ໂນ​ໂລ​ຊີ​ພາຍຫຼັງ​ການ​ຕໍ່​ກຳ​ປັ່ນ​ມາ​ເປັນເວລາ​ເກືອບ 20 ​ເດືອນ. ກຳ​ປັ່ນ​ມີ​ລວງ​ຍາວ 90 ​ແມັດ, ລະດັບ​ຄວາມ​​ໄວ 15 ​ໄມ​ທະ​ເລ/ຊົ່ວ​ໂມງດ້ວຍ​ເວລາ​​ເດີນ​ທະ​ເລ​ຕະຫຼອດ 40 ວັນ ​ແລະ ຄືນ​​ໂດຍ​ບໍ່​ພັກ​ເຊົາ.

ຂ່າວ/ບົດ​ອື່ນ