ປະກົດມີເສັ້ນທາງອົບພະຍົບຜິດກົດໝາຍໃໝ່ຈາກ ອາຟະລິກາເໜືອ ໄດ້ສ້າງຂຶ້ນ
(VOVWORLD) - ເຈົ້າໜ້າທີ່ຍັງບໍ່ທັນປະກາດສັນຊາດ ຫຼື ຈຸດເລີ່ມອອກເດີນທາງຂອງກຸ່ມຜູ້ອົບພະຍົບເທື່ອ.
(ພາບປະກອບ: REUTERS/Juan Medina) |
ຕອນຄ່ຳວັນທີ 10 ສິງຫາ, ກຳລັງເຈົ້າໜ້າທີ່ ປອກຕຸຍການ ໄດ້ກັກເຮືອຂົນສົ່ງຜູ້ເຂົ້າເມືອງຜິດກົດໝາຍ 38 ຄົນລຳ 1 ທີ່ເຂົ້າທຽບທ່າທາງພາກໃຕ້ຂອງປະເທດນີ້. ມີຫຼາຍຄົນໃນເຮືອມີອາການສຸຂະພາບອ່ອນແອ. 10 ຄົນໄດ້ນຳສົ່ງໄປຍັງໂຮງໝໍເພື່ອກວດສຸຂະພາບ. ເຈົ້າໜ້າທີ່ກ່າວເຕືອນວ່າ ນີ້ອາດຈະແມ່ນສັນຍານຂອງເສັ້ນທາງອົບພະຍົບໃໝ່ຈາກ ອາຟະລິກາເໜືອ ໄປ ເອີລົບ.
ເຈົ້າໜ້າທີ່ຍັງບໍ່ທັນປະກາດສັນຊາດ ຫຼື ຈຸດເລີ່ມອອກເດີນທາງຂອງກຸ່ມຜູ້ອົບພະຍົບເທື່ອ. ເຖິງຢ່າງໃດກໍ່ຕາມ, ສື່ມວນຊົນຢູ່ພາກພື້ນໃຫ້ຮູ້ວ່າ, ບັນດາຜູ້ອົບພະຍົບໄດ້ເລີ່ມອອກເດີນທາງຈາກ ມາຣົກ ແລະ ໄປຜ່ານທະເລໃນຕະຫຼອດ 6 ວັນກ່ອນທີ່ຈະໄປຮອດ ປອກຕຸຍການ. ໃນຊຸມປີມໍ່ໆມານີ້, ມີຜູ້ອົບພະຍົບນັບພັນໆຄົນໄດ້ອົບພະຍົບໄປຜ່ານທະເລເມດີແຕຣາເນ ເພື່ອໄປຍັງທາງພາກໃຕ້ ເອີລົບ, ແຕ່ບັນດາການເດີນທາງນັ້ນໜ້ອຍທີ່ຈະມຸ່ງໄປເຖິງ ປອກຕຸຍການ.