ປະກອບຄຳເຫັນສ້າງແຜນຮ່າງ “ເພີ່ມທະວີບົດບາດຂອງຜູ້ມີອິດທິພົນຊື່ສຽງສຳລັບວຽກງານຊົນເຜົ່າ…”

ປະກອບຄຳເຫັນສ້າງແຜນຮ່າງ “ເພີ່ມທະວີບົດບາດຂອງຜູ້ມີອິດທິພົນຊື່ສຽງສຳລັບວຽກງານຊົນເຜົ່າ…” - ảnh 1
(ພາບປະກອບ: gialai)

(vovworld) – ຕອນ​ເຊົ້າ​ວັນ​ທີ 22/09, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳການ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ປະກອບ​ຄຳ​ເຫັນ​ໃສ່​​ຮ່າງ​​ໃບ​ສະ​ເໜີ, ຂໍ້​ຕົກລົງ​ຂອງ​ນາຍົກລັດ​ຖະມົນຕີ​ກ່ຽວ​ກັບ​ແຜ​ນຮ່າງ “​ເພີ່ມ​ທະວີ​ບົດບາດ​ຂອງ​ຜູ້​ມີ​ອິດ​ທິພົນຊື່​ສຽງ​ສຳລັບ​ວຽກ​ງານ​ຊົນ​ເຜົ່າ​ແລະ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ”. ຕາມ​​ແຜນ​​ແລ້ວ, ​ແຜນ​ຮ່າງຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ບັນດາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູ​ດອຍ​​ຂອງຫວຽດນາມ ດ້ວຍ​ຄາດໝາຍ​ສ້າງ​ຄວາມ​​ເປັນເອກະ​ພາບ​ໃນ​ຄວາມ​ຮັບ​ຮູ້​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ສັງຄົມ ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ​ຂອງຜູ້​ມີ​ອິດ​ທິພົນຊື່​ສຽງ​ໃນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ບັນດາ​ຜູ້​ແທນ​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ໃນ​ຊຸມ​ປີຜ່ານມາ, ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ແມ່ນ​ກຳລັງ​ມີ​ບົດບາ​ດ, ທີ່​ຕັ້ງສຳຄັນ, ມີຜົນ​ສະທ້ອນຕັດສິນ​ເຖິງຫຼາຍ​ບັນຫາ​ໃນ​ຊີວິດ​ສັງຄົມ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ດ້ວຍ​ອິດທິຜົນ​ຊື່​ສຽງ​ຂອງ​ຕົນ​, ບັນດາ​ຜູ້​ມີ​ອິດ​ທິພົນຊື່​ສຽງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ສຳຄັນ​ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ໃນ​ວຽງານ​ໂຄສະນາ, ຂົນ​ຂວາຍປະຊາຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ປະຕິບັດ​ຕາມ​ແຜນ​ນະ​ໂຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ, ພັດທະນາ​ເສດຖະກິດ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາ​ມທຸກ​ຍາກ… ​ເພື່ອ​ພັດທະນາ​ບົດບາດ​ຂອງ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ປະຊາ​ຄົມ, ບັນດາ​ຜູ​້​ແທນ​ຖື​ວ່າ, ບົດບາດ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮ​ປະ​ເທດ​ຊາດ​ຫວຽດນາມ ຕ້ອງ​​ເຮັດ​ແຈ້ງ 3 ໜ້າ​ທີ່​ຕົ້ນ​ຕໍ່​ນັ້ນ​ແມ່ນ: ​ໂຄສະນາ​ຂົນຂວາຍ; ຕິດຕາມ​ກວດກາ​ການ​ປະ​ຕິ​ບັດ; ຮັບ​ຟັງ, ​ເຕົ້າ​ໂຮມ​ຄຳ​ເຫັນ​ຂອງ​ປະຊາຊົນ ​ເພື່ອ​ສະ​ເໜີ​ຕໍ່ພັກ ​ແລະ ລັດ.

ຂ່າວ/ບົດ​ອື່ນ