ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ ລະ​ຫວ່າງ ຫວຽດ​ນາມ - ອ​າ​ເມ​ລິ​ກາ

(VOVWORLD) -ທ່ານ ບຸຍເທ໊ຢາງ ຮອງປະທານຜູ້ປະຈຳການ ສະມາຄົມ ຫວຽດນາມ - ອາເມລິກາ ໃຫ້ຮູ້ວ່າ ການພົບປະໄດ້ດຳເນີນໄປໃນໄລຍະເວລາທີ່ມີຄວາມໝາຍຫຼາຍຢ່າງຕໍ່ການພົວພັນລະຫວ່າງສອງປະເທດ. ປີ 2020, ຫວຽດນາມ ແລະ ອາເມລິກາຈະສະເຫຼີມສະຫຼອງ 25 ປີແຫ່ງວັນຫັນການພົວພັນທາງການທູດເປັນປົກກະຕິ ( 1995 - 2020 ).
ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ ລະ​ຫວ່າງ ຫວຽດ​ນາມ - ອ​າ​ເມ​ລິ​ກາ - ảnh 1ການພົບປະ ມິດຕະພາບບັນດານັກຮົບເກົ່າ ຫວຽດນາມ - ອາເມລິກາ (ພາບ: TTXVN) 

ວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ສະມາຄົມ ຫວຽດນາມ - ອາເມລິກາ (ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງການພົບປະມິດຕະພາບບັນດານັກຮົບເກົ່າ ຫວຽດນາມ - ອາເມລິກາເນື່ອງໃນໂອກາດ ຄະນະ “ພົບປະແລກປ່ຽນປະຊາຊົນ” ຂອງອົງການ PeaceTrees Vietnam, ໂດຍທ່ານນາງ Jerilyn Brusseau, ຜູ້ຮ່ວມສ້າງຕັ້ງອົງການ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການພົບປະ, ທ່ານ ບຸຍເທ໊ຢາງ ຮອງປະທານຜູ້ປະຈຳການ ສະມາຄົມ ຫວຽດນາມ - ອາເມລິກາ ໃຫ້ຮູ້ວ່າ ການພົບປະໄດ້ດຳເນີນໄປໃນໄລຍະເວລາທີ່ມີຄວາມໝາຍຫຼາຍຢ່າງຕໍ່ການພົວພັນລະຫວ່າງສອງປະເທດ. ປີ 2020, ຫວຽດນາມ ແລະ ອາເມລິກາຈະສະເຫຼີມສະຫຼອງ 25 ປີແຫ່ງວັນຫັນການພົວພັນທາງການທູດເປັນປົກກະຕິ ( 1995 - 2020 ).

        ທ່ານນາງ Jerilyn Brusseau, ໄດ້ຕາງໜ້າໃຫ້ຄະນະ ພົບປະແລກປ່ຽນປະຊາຊົນ ຂອງ ອາເມລິກາ ຖືວ່າ ການພົບປະແມ່ນໂອກາດເພື່ອໃຫ້ບັນດາຜູ້ທີ່ເຂົ້າຮ່ວມສົງຄາມແບ່ງປັນການເຂົ້າຮ່ວມພຶດຕິກຳຕົວຈິງ, ຊ່ວຍໃຫ້ສອງຝ່າຍເຂົ້າໃຈກັນຢ່າງເລິກເຊິ່ງກ່ວາ.

        ບັນດາຜູ້ແທນເຂົ້າຮ່ວມການພົບປະໄດ້ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງການພົວພັນປະຊາຊົນ, ນັກຮົບເກົ່າ ແລະ ທະຫານທີ່ປະຈຳຢູ່ກອງທັບຫວຽດນາມ ແລະ ອາເມລິກາ ໃນການປະຕິບັດແຜນນະໂຍບາຍຂອງການນຳສອງປະເທດເພື່ອແນໃສ່ຂ້າມຜ່ານອະດີດຕະການ, ມຸ່ງໄປສູ່ ອະນາຄົດ, ປະກອບສ່ວນໃນເຂົ້າໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາລະຫວ່າງປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ