ປະກາດ 10 ເຫດການ ວິທະຍາສາດແລະ ເຕັກໂນໂລຊີພົ້ນເດັ່ນ ປີ 2013


ປະກາດ 10 ເຫດການ ວິທະຍາສາດແລະ ເຕັກໂນໂລຊີພົ້ນເດັ່ນ ປີ 2013 - ảnh 1

ທີ່​ພິທີ​ປະກາດ

(ພາບ: dangcongsan.vn)

 (vovworld)- ​ ​ຕອນ​ບ່າຍວັນ​ທີ 26/12, ຢູ່​ຮ່າ​ໂນ້ຍ, ສະ​ໂມ​ສອນ​ນັກ​ຂ່າວລົງ​ເລິກ​ຂະ​ແໜງ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ (ສະມາຄົມ​ນັກ​ຂ່າວ​ຫວຽດນາມ) ສົມທົບ​ກັບ​ສູນ​ຄົ້ນຄ້ວາ ​ແລະ ພັດທະ​ນາ​ສື່ສານ (ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ​) ​ໄດ້ ປະກາດ 10 ​ເຫດການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ພົ້ນ​ເດັ່ນ​ປີ 2013 ຢ່າງ​ເປັນ​ທາງການ. ການປະກາດ 10 ​ເຫດການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ພົ້ນ​ເດັ່ນ​ໃນ​ປີ​ແມ່ນ​ເພື່ອ​ແນ​ໃສ່​ເຊີດ​ຊູ​ສ່ວນ​ບຸກຄົນ, ໝູ່​ຄະນະ​ບັນດາ​ນັກວິທະຍາສາດ ​ ​ເຕັກ​ໂນ​ໂລ​ຊີ, ພະນັກງານ​ຄຸ້ມ​ຄອງ, ຜູ້​ທີ່​ສວມ​ບົດບາດ​ຕັດສິນ​ຊີ້​ຂາດ​ເຖິງ​ຜົນສຳ​ເລັດ​ຂອງພາລະກິດ​ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ນີ້​ແມ່ນ​ຄັ້ງທີ 9 ຢ່າງ​ລຽນຕິດ​ທີ່​ສະ​ໂມ​ສອນວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຈັດຕັ້ງການເລືອກ​​ເຟັ້ນ 10 ​ເຫດການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. 10 ​ເຫດການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ພົ້ນ​ເດັ່ນ​ປີ 2013 ​ໄດ້​ຮັບ​ການ​​ເລືອກ​ເຟັ້ນ​ແມ່ນ​ຂຶ້ນ​ກັບ​ບັນດາ​ຂົງ​ເຂດ: ກົນ​ໄກ​ນະ​ໂຍບາຍ, ວິທະຍາສາດ​ທຳ​ມະ​ຊາ​ດ, ວິທະຍາສາດ​ໝູນ​ໃຊ້, ການ​ເຊື່ອມ​ໂຍງ​ເຂົ້າກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີສາກົນ, ​ເຊີດ​ຊູ​ນັກວິທະຍາສາດ, ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳມະນຸດ.

 

ຂ່າວ/ບົດ​ອື່ນ