ປະ​ກາດ top 500 ວິ​ສາ​ຫະ​ກິດທີ່​ໃຫຍ່​ທີ່​ສຸດ​ໃນ ຫວຽດ​ນາມ.

(VOVWORLD) -ຜ່ານ 16 ປີ ສຳເລັດ ແລະ ພັດທະນາ, ເຄື່ອງໝາຍການຄ້າ VNR500 ໄດ້ກາຍເປັນຖານໜູນຊ່ວຍວິສາຫະກິດ ສ້າງຊື່ສຽງ ຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ໂຄສະນາຮູບພາບໃຫ້ລູກຄ້າ, ຄູ່ຮ່ວມມື ແລະ ນັກລົງທຶນ.
ປະ​ກາດ top 500 ວິ​ສາ​ຫະ​ກິດທີ່​ໃຫຍ່​ທີ່​ສຸດ​ໃນ ຫວຽດ​ນາມ. - ảnh 1ພິທີປະກາດ top 500 ວິສາຫະກິດທີ່ໃຫຍ່ທີ່ສຸດໃນ ຫວຽດນາມ (VNR500)
(ພາບ: : haiquanonline.com.vn)

ຕອນບ່າຍວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ, ບໍລິສັດ ຫຸ້ນສ່ວນ ລາຍງານການຕີລາຄາ ຫວຽດນາມ (Vietnam Report) ສົມທົບກັບສື່ເອເລັກໂຕນິກ ຫວຽດນາມເນັດ ຈັດພິທີປະກາດ top 500 ວິສາຫະກິດທີ່ໃຫຍ່ທີ່ສຸດໃນ ຫວຽດນາມ (VNR500) ແລະ top 10 ວິສາຫະກິດ ທີ່ມີຊື່ສຽງຂອງບັນດາຂະແໜງ ການຢາ - Logistics - ທ່ອງທ່ຽວ - ຂົນສົ່ງຜູ້ໂດຍສານ - ຫົວອາຫານສັດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຂອງປີ 2022.

ຕາງໜ້າ ບໍລິສັດ Vietnam Report ໃຫ້ຮູ້ວ່າ ໃນສະພາບການໃໝ່, ບັນດາວິສາຫະກິດ VNR500 ແລະ top 10 ວິສາຫະກິດ ທີ່ມີຊື່ສຽງບັນດາຂະແໜງຈຸດສຸມ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຮັກສາຖານະບົດບາດ ແລະ ທີ່ຕັ້ງການເປັນຜູ້ນຳ ຂອງພື້ນຖານເສດຖະກິດ ປະເທດຊາດ, ດ້ວຍບັນດາຍຸດທະສາດທີ່ມີປະສິດທິຜົນ, ກ້າວໜ້າໃນການຫັນເປັນດີຈີຕອນ ແລະ ປ່ຽນໃໝ່ຈິນຕະນາການການຄຸ້ມຄອງ; ສະແດງໃຫ້ເຫັນເຖິງຄຸນທາດ ແລະ ແຮງຕ້ານທານຢ່າງເຂັ້ມແຂງເພື່ອ ຜ່ານຜ່າ ໂລກລະບາດ, ຟື້ນຟູການເຄື່ອນໄຫວດຳເນີນທຸລະກິດໃຫ້ແໜ້ນແກ່ນເທື່ອລະກ້າວ. ຜ່ານ 16 ປີ ສຳເລັດ ແລະ ພັດທະນາ, ເຄື່ອງໝາຍການຄ້າ VNR500 ໄດ້ກາຍເປັນຖານໜູນຊ່ວຍວິສາຫະກິດ ສ້າງຊື່ສຽງ ຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ໂຄສະນາຮູບພາບໃຫ້ລູກຄ້າ, ຄູ່ຮ່ວມມື ແລະ ນັກລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ