ປະກາດTop500ວິສາຫະກິດໃຫຍ່ຫວຽດນາມປີ2015

ປະກາດTop500ວິສາຫະກິດໃຫຍ່ຫວຽດນາມປີ2015 - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 12/01 ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ດຳ​ເນີນ​ພິທີ​ປະກາດ​ຕາຕະລາງ​ຈັດອັນດັບ Top 500 ​ວິ​ສາ​ຫະກິດ​ໃຫຍ່ ຫວຽດນາມ ປີ 2015 ນີ້​ແມ່ນ​ຄັ້ງ​ທີ 9, ທີ່ຕາຕະລາງ​ຈັດ​ອັນ​ດັບ Top 500 ວິ​ສາ​ຫະກິດ​ໃຫຍ່​ສຸດ​ຢູ່ ຫວຽດນາມ ​ໄດ້ຮັບ​ການ​ປະກາດລວມມີ: ວິ​ສາ​ຫະກິດ ຫວຽດນາມ ​ແລະ ວິ​ສາ​ຫະກິດຕ່າງປະ​ເທດ. ນຳ​ໜ້າ​ແມ່ນ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັສ ຫວຽດນາມ. ຖັດຈາກ​ນັ້ນ​ແມ່ນ 4 ວິ​ສາ​ຫະກິດ​​ເຊັ່ນ ບໍລິສັດ Samsung Electronics ຫວຽດ​ນາມ ຈຳກັດ, ກຸ່ມ​ບໍລິສັດ​ນ້ຳມັນ - ແອັດ​ຊັງ, ກຸ່ມ​ບໍລິສັດ​ພະລັງງານ​ໄຟຟ້າ ຫວຽດນາມ, ກຸ່ມ​ບໍລິສັດ​ໂທລະ​ຄົມມະນາຄົມ​ກອງທັບ. ​ການ​ປະກາດ​ເພື່ອ​ແນ​ໃສ່​ເຊີ​ດຊູ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງ​ ໃຫ້​ແກ່​ການ​ພັດທະນາ ພື້ນຖານ​ເສດຖະກິດ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ. ຕາຕະລາງ​ຈັດ​ອັນ​ດັບ​ໄດ້​ຮັບ​ຮູ້​ບັນດາ​ໝາກ​ຜົນ​​ແຫ່ງການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ​ຕາມ​ປີ​ການ​ເງິນ ​ເປັນ​ຕົ້ນ​ແມ່ນ ​ອີງ​​ໃສ່​ບັນດາ​ມາດຖານ​ຄື: ລາຍ​ຮັບ, ກຳ​ໄລ​, ​ລະດັບ​ເຕີບ​ໂຕ ​ແລະ ອິດທິພົນຂອງ​ວິ​ສາ​ຫະກິດ

ຂ່າວ/ບົດ​ອື່ນ