ປະກາດຂໍ້ຕົກລົງກ່ຽວກັບການອະໄພຍະໂທດປີ 2021 ຂອງປະທານປະເທດ

(VOVWORLD) -ຕາມຂໍ້ຕົກລົງດັ່ງກ່າວ, ປະທານປະເທດຕົກລົງປະຕິບັດການອະໄພຍະໂທດ ກ່ອນກຳນົດເວລາໃຫ້ນັກໂທດຖືກຕັດສິນຈຳຄຸກມີການກຳນົດເວລາ, ຈຳຄຸກຕະຫຼອດຊີວິດ ເນື່ອງໃນໂອກາດວັນຊາດຫວຽດນາມ (02 ກັນຍາ 2021).
ປະກາດຂໍ້ຕົກລົງກ່ຽວກັບການອະໄພຍະໂທດປີ 2021 ຂອງປະທານປະເທດ - ảnh 1(ປະກາດຂໍ້ຕົກລົງກ່ຽວກັບການອະໄພຍະໂທດປີ 2021 ຂອງປະທານປະເທດ)

ຕອນເຊົ້າວັນທີ 02 ກໍລະກົດ, ຢູ່ ຮ່າໂນ້ຍ, ຫ້ອງວ່າການປະທານປະເທດໄດ້ຈັດການປະຊຸມຂ່າວປະກາດຂໍ້ຕົກລົງກ່ຽວກັບການອະໄພຍະໂທດປີ 2021 ຂອງປະທານປະເທດ. ຕາມຂໍ້ຕົກລົງດັ່ງກ່າວ, ປະທານປະເທດຕົກລົງປະຕິບັດການອະໄພຍະໂທດ ກ່ອນກຳນົດເວລາໃຫ້ນັກໂທດຖືກຕັດສິນຈຳຄຸກມີການກຳນົດເວລາ, ຈຳຄຸກຕະຫຼອດຊີວິດ ເນື່ອງໃນໂອກາດວັນຊາດຫວຽດນາມ (02 ກັນຍາ 2021). ເວລາໄດ້ປະຕິບັດການຈຳຄຸກເພື່ອໄດ້ຮັບການພິຈາລະນາຮັບອະໄພຍະໂທດໄລ່ຮອດວັນທີ 31 ສິງຫາ 2021. ເປົ້າໝາຍທີ່ໄດ້ຮັບອະໄພຍະໂທດລວມມີ: ນັກໂທດພວມປະຕິບັດຕາມຄຳສັດສິນຂອງສານຈຳຄຸກມີການກຳນົດເວລາ, ຈຳຄຸກຕະຫຼອດຊີວິດ ໄດ້ຫຼຸດລົງຈຳຄຸກມີການກຳນົດເວລາ, ຜູ້ພວມຢຸດຕິຊົ່ວຄາວຄຳຕັດສິນຈຳຄຸກ.

        ທີ່ການປະຊຸມຂ່າວ, ເມື່ອຕອບຄຳຖາມຂອງນັກຂ່າວ, ພົນຈັດຕະວາ ເລກວກຮຸ່ງ, ຮອງລັດຖະມົນຕີກະຊວງຕຳຫຼຼວດ, ຢືນຢັນວ່າ: ການອະໄພຍະໂທດຂອງປະທານປະເທດໄດ້ຮັບການປະຕິບັດຕາມຫຼັກການປະຊາທິປະໄຕ, ມີວິທະຍາສາດ, ພາວະວິໄສ, ຍຸດຕິທຳ, ເປີດເຜີຍ, ກະຈ່າງແຈ້ງ, ຖືກຕ້ອງຕາມກົດໝາຍ. ກ່ຽວຂ້ອງເຖິງບັນດານັກໂທດຊາວຕ່າງປະເທດ, ພົນຈັດຕະວາ ເລກວກຮຸ່ງ ຢືນຢັນວ່າ, ບັນດານັກໂທດເຊື້ອຊາດຕ່າງປະເທດກໍ່ໄດ້ຮັບການປະພຶດຢ່າງສະເໝີພາບຄືບັນດານັກໂທດເຊື້ອຊາດຫວຽດນາມ ໃນການອະໄພຍະໂທດໃນຄັ້ງນີ້ ຖ້າຫາກມີເງື່ອນໄຂຢ່າງພຽງພໍ.

ຕອບກັບ

ຂ່າວ/ບົດ​ອື່ນ