ປະກາດຍຸດທະສາດ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ

ປະກາດຍຸດທະສາດ ກ່ຽວກັບການປ່ຽນແປງ   ຂອງດິນຟ້າອາກາດ - ảnh 1
ພິທີປະກາດຍຸດທະສາດແຫ່ງຊາດກ່ຽກັບການປ່ຽນແປງຂອງດິນຟ້າອາກາດ
ພາບ: baomoi.com


(vovworld) - ຕອນ​ເຊົ້າ​ວັນ​ທີ 7/3 ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ ​ແລະ ​ໂຄງການ​ພັດທະນາສະຫະ​ປະຊາ​ຊາດ ສົມທົບ​ກັນ​ຈັດ​ຕັ້ງ​ພິທີ​ປະກາດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ຊື່​ງຫາ​ກໍ​ໄດ້​ຮັບ​ການ​ເຊັນ​ອະນຸມັດ​ຈາກນາຍົກລັດຖະມົນຕີ. ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ຫວຽດນາມ ວາງ​ອອກ 4 ຈຸດໝາຍ, ​ໃນ​ນັ້ນ ​ເນັ້ນ​ຫນັກ​ເຖິງ​ການ​ຄ້ຳປະກັນ​ສະບຽງ​ອາຫານ, ຄວາມ​ປອດ​ໄພ​ດ້ານ​ພະລັງງານ, ​ແຫລ່ງນ້ຳ, ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ເຕີບ​ໂຕ​ຂຽວ. ຫວຽດນາມ ​ໄດ້​ວາງ​ຈຸດໝາຍ ຕັ້ງຫນ້າ​ພ້ອມ​ກັບ​ປະຊາ​ຄົມ​ໂລກ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ໃນ​ພາຍ​ພາກ​ຫນ້າ, ຮອດ​ປີ 2015 ຫວຽດນາມ ສ້າງ​ລະບົບ​ຕິດຕາມ​ກວດກາ​ນການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ເພີ່ມ​ຂຶ້ນ, ຮອດ​ປີ 2020 ​ເນື້ອ​ທີ່​ປ່າ​ປົກ​ຄຸມ​ເຖິງ 45%. ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ​ກວ່າ​ໝູ່​ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຫວຽດນາມ ​ໄດ້​ຮັບ​ຖື​ວ່າ ການ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແມ່ນ​ບັນຫາ​ມີ​ຄວາມ​ໝາຍ​ເປັນຕາ​ຍຕໍ່ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ