ປະກາດຍຸດທະສາດປົກປັກຮັກສາສິ່ງແວດລ້ອມແຫ່ງຊາດ

ປະກາດຍຸດທະສາດປົກປັກຮັກສາສິ່ງແວດລ້ອມແຫ່ງຊາດ - ảnh 1
ພິທີ​ປະກາດ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​
ແຫ່ງ​ຊາດຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030
(ພາບ: monre.gov.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 12/12, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຈັດ​ພິທີ​ປະກາດ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030. ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດຮອດ​ປີ 2020 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030 ​ໂດຍ​ກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ເປັນ​ເຈົ້າ​ພາບ​ສ້າງ​ຂຶ້ນ ​ເຊິ່ງ​ນາຍົກລັດຖະມົນຕີ​ໄດ້​​​ເຊັ່ນອະນຸມັດ​ຜ່ານ​ໃນ​ວັນ​ທີ 5/9/2012. ຕາມ​ນັ້ນ​ແລ້ວ, ມີ 4 ທິດ​ທາງ​ໃຫຍ່​ໃຫ້​ແກ່​ວຽກ​ງານປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມຮອດ​ປີ 2020. ທ່ານ​ຮອງ​ລັດຖະມົນຕີກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ບຸຍ​ແກ​ກຕ໋ວຽນ (Bui Cach Tuyen) ​ໃຫ້​ຮູ້​ວ່າ.

        “​​ຄາ​ດໝາຍ​ຂອງ​ຍຸດ​ທະ​ສາດ​ແມ່ນ​ຮອດ​ປີ 2020 ຕ້ອງ​ຄວບ​ຄຸມ, ຈຳກັດ​ໂດຍພື້ນຖານ ​ແລະ ຮອດ​ປີ 2030 ສະກັດ​ນັ້ນ ​ແລະ ຍູ້​​​ໃຫ້​ທ່າ​ອ່ຽງຊັບພະຍາກອນຖືກ​ຊຸດ​ໂຊມ, ​ເສຍ​ຫາຍ ​ແລະ ຊີວະ​ນາໆ​ພັນຖືກ​ຫຼຸດ​ລົງ​ໃຫ້​ຖອຍ​ໄປ, ປັບປຸງຄຸນ​ນະພາ​ບສິ່ງ​ແວດ​ລ້ອມ ​ແລະ ຍົກ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ, ​ຄວາມເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຮັບ​ໃຊ້​​ເປົ້າໝາຍ​ພັດທະນາປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ. ​ເນື້ອ​ໃນ​ຂອງ​ຍຸດ​ທະ​ສາດ​ໄດ້​ຮັບ​ການ​ສືບ​ທອດ, ​ເສີມ​ຂະຫຍາຍ​ຈາກບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ໄລຍະ 2001 – 2010; ພ້ອມ​ທັງ​ເພີ່ມ​ຕື່ມ​ບັນດາ​ໜ້າ​ທີ່, ມາດ​ຕະການ​ແກ້​ໄຂ​ໃໝ່ຕື່ມ​ອີກ ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ຂຽວ, ພັດທະນາ​ພື້ນຖານ​ເສດຖະກິດ​ຂຽວ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ”.

ຂ່າວ/ບົດ​ອື່ນ